Sunday, February 16, 2025

ເສດຖະກິດ ເມືອງໄຊ ແຂວງອຸດົມໄຊ ຂະຫຍາຍຕົວສະເລ່ຍ 9% ຕໍ່ປີ

ປັດຈຸບັນນີ້ ການ​ພັດທະນາເສດຖະກິດ-ສັງຄົມຂອງເມືອງ​ໄຊ ​ໄດ້​ມີ​ການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ລວມຍອດຜະລິດຕະພັນ ແລະ ການບໍລິການພາຍໃນ (GDP) ບັນລຸ 920 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 11 ລ້ານກວ່າກີບ ເທົ່າກັບ 1.358 ໂດລາສະຫະລັດ, ລວມອັດຕາການຂະຫຍາຍຕົວຂອງເສດຖະກິດ ເທົ່າກັບ 9% ຕໍ່ປີ.

ດ້ານການລົງທຶນ ປີ 2018 ມີທັງຫມົດ 7 ໂຄງການ, ລວມມູນຄ່າ 23,7 ຕື້ກວ່າກີບ, ການຈັດເກັບລາຍຮັບເຂົ້າງົບປະມານ ຮອດປັດຈຸບັນໄດ້ 7 ຕື້ກວ່າກີບ ເທົ່າກັບ 69,31%.

ທົ່ວເມືອງ​ໄຊ ໄດ້ຊົມໃຊ້ໄຟຟ້າຕາຂ່າຍທັງໝົດ 89 ບ້ານ, 14,4723 ຄົວເຮືອນ, ມີເສັ້ນທາງເຂົ້າເຖິງບ້ານ 97 ບ້ານ ໃນນີ້ ທາງປູຢາງຜ່ານ 42 ບ້ານ ທາງຍົກລະດັບ 53 ບ້ານ ແລະ ທາງທະລຸ ທ່ຽວໄດ້ລະດູດຽວ 2 ບ້ານ, ສຳເລັດການປັກດຳເຂົ້ານາປີ ໄດ້ 100% ໃນເນື້ອທີ່ນາ 3 ພັນກວ່າເຮັກຕາ, ປູກຢາງພາລາໄດ້ 3.600 ເຮັກຕາ, ໝາກແໜ່ງ 2.500 ກວ່າເຮັກຕາ, ໝາກຖົ່ວເບີ 200 ກວ່າເຮັກຕາ ​ແລະ ປູກຜັກເຮືອນຮົ່ມໄດ້ 7,66 ເຮັກຕາ.

ສາເຫດທີ່ເຮັດໃຫ້ເສດຖະກິດ ຂອງເມືອງໄຊ ມີ​ການຂະຫຍາຍຕົວຢ່າງຕໍ່ເນື່ອງ ແມ່ນຄວາມເອົາໃຈໃສ່ຂອງເມືອງ ໃນການຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ ໂດຍອີງໃສ່ເງື່ອນໄຂ ຄວາມສາມາດຕົວຈິງ ແລະ ທ່າແຮງບົ່ມຊ້ອນຂອງເມືອງ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ສຸມໃສ່ໃນການພັດທະນາການຜະລິດກະສິກຳ ແລະ ກໍ່ສ້າງພື້ນຖານໂຄງລ່າງ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.