ອາເມລິກາ ມອບອຸປະກອນເຕັກໂນໂລຊີ ໃຫ້ສຳນັກງານຂໍ້ມູນຕ້ານການຟອກເງິນ ຂອງ ສປປ ລາວ

ສະຖານທູດສະຫະລັດອາເມລິກາ ໄດ້ ມອບເຄື່ອງມືເຕັກໂນໂລຊີ ແລະອຸປະກອນດ້ານຂໍ້ມູນຂ່າວສານໃຫ້ແກ່ບັນດາເຈົ້າໜ້າທີ່ອະວຸໂສຢູ່ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ຂອງ ສປປ ລາວ. ຊຶ່ງຕາງໜ້າຮັບໂດຍທ່ານນາງແພງສີ ແພງເມືອງ ຫົວໜ້າ ສຕຟງ ຢູ່ນະຄອນຫຼວງວຽງຈັນ. ແລະພິທີດັ່ງກ່າວຍັງມີທ່ານນາງ Ekaterina Koposhilko ຈາກອົງການສະຫະປະຊາຊາດເພື່ອບໍລິຫານໂຄງການ (UNOPS).

ທ່ານນາງຣີນາບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ກ່າວໃນພິທີວ່າ: ສປປ ລາວ ໄດ້ສ້າງຄວາມກ້າວໜ້າຫຼາຍໃນວຽກງານຕ້ານການຟອກເງິນ ຍ້ອນໄດ້ຮັບການສະໜັບສະໜູນທີ່ເຂັ້ມແຂງຈາກລັດຖະບານແລະທີມງານ ສຕຟງ ທີ່ມີຄວາມສາມາດ.

“ພວກເຮົາມີຄວາມຍິນດີທີ່ໄດ້ໃຫ້ການສະໜັບສະໜູນວຽກງານຂອງ ສຕຟງ ເຊິ່ງຈະສ້າງຄວາມຍຸ້ງຍາກຫຼາຍຂຶ້ນໃຫ້ພວກອາຊະຍາກອນທີ່ຈະເຂົ້າມາສວຍໃຊ້ຂະແໜງການເງິນຂອງ ສປປ ລາວ ເພື່ອຟອກເງິນທີ່ໄດ້ຈາກການກະທໍາຜິດກົດໝາຍ ໃນເວລາດຽວກັນຍັງຊ່ວຍສ້າງຄວາມທັນສະໄໝໃຫ້ລະບົບທະນາຄານຂອງ ສປປ ລາວ”

ອຸປະກອນຊ່ວຍເຫຼືອດັ່ງກ່າວປະກອບມີ ຄອມພິວເຕີ, ຄອມພິວເຕີພົກພາ ແລະ ເຄື່ອງພິ້ນເຕີ ແນໃສ່ຍົກລະດັບຄວາມສາມາດດ້ານໄອທີຂອງສຕຟງແລະຊ່ວຍໃຫ້ພວກເຂົາສາມາດນໍາໃຊ້ເຂົ້າໃນວຽກງານຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ອຸປະກອນເຫຼົ່ານີ້ ແມ່ນສ່ວນໜຶ່ງການສືບຕໍ່ສະໜັບສະໜູນ ແລະຮ່ວມມືຂອງສະຖານທູດສະຫະລັດອາເມລິກາ ກັບລັດຖະບານ ໃນວຽກງານຕ້ານການຟອກເງິນ ແລະການກະທໍາຜິດກົດໝາຍອື່ນໆຢູ່ສປປລາວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...