​ສຳ​ຜັດ!ຫົນ​ທາງ​ໄປ​ວັງ​ວຽງ

ງາມ! ໂຫດ! ກວ່າຈະຮອດ ກໍສັ່ນຈົນຫົວຊິຫລຸດ.

ລະດູການທ່ອງທ່ຽວຂອງລາວເຮົາ ກັບມາອີກຄັ້ງແລ້ວ ຫລາຍຄົນປຽບທຽບວັງວຽງວ່າ ເປັນຄືກັບສະຫວັນ. ແຕ່ປີນີ້,ສະພາບຂອງຖະຫນົນຫົນທາງຊຸດໂຊມລົງກວ່າເກົ່າຫລາຍ ເພາະວ່າຍັງຢູ່ໃນລະຫວ່າງການກໍ່ສ້າງຂອງໂຄງການໃຫຍ່ຫລາຍໂຄງການ ເຮັດໃຫ້ເສັ້ນທາງຈາກນະຄອນຫລວງວຽງຈັນໄປວັງວຽງ ໃນເດືອນຕຸລາຜ່ານມາ ມີສະພາບເປ່ເພຕາມທີ່ເຫັນໃນຮູບ ບາງບ່ອນມີລັກສະນະຄືກັບກຳລັງສ້ອມແປງຢູ່.ແຕ່ອີກຫລາຍບ່ອນທີ່ເປັນຂຸມ,ເປັນບວກ ຕາມຕະຫລອດເສັ້ນທາງ ກ່ອນຊິໄປຮອດສະຫວັນອັນງົດງາມ ກໍຫົວສັ່ນຫົວຄອນ ໄປຕັ້ງວ່າ 4 ຊົ່ວໂມງພຸ້ນ!.

ນອກຈາກນີ້, ລົດໃຫຍ່,ລົດບັນທຸກວັດສະດຸກໍ່ສ້າງ ແລະລົດທົວນັກທ່ອງທ່ຽວ ກໍຂັບໄວອີຫລີ ແອັດມິນເຫັນມາກັບຕາວ່າ ຂະຫນາດທາງໂຄ້ງ ກໍຍັງພາກັນແຊງກັນເອງ ເຮັດໃຫ້ຂີ້ຝຸ່ນປິວໄປທົ່ວແລະອາດຈະເກີດອັນຕະລາຍຈາກເມັດຊາຍ ທີ່ລ້ຳລົດດີດຂຶ້ນມາໄດ້

ສຳລັບໃຜທີ່ຄິດຈະພາຫມູ່ຄູ່ໄປທ່ຽວເມືອງເຟືອງ ແລະວັງວຽງແລ້ວ ກະລຸນາຂັບລົດດ້ວຍຄວາມລະມັດລະວັງກໍແລ້ວກັນ.

#InsideLaos #ອິນໄຊລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...