ຂໍຂອບໃຈນຳຜູ້ສະໜັບສະໜູນ

ສູນ​ພັດ​ທະນາ​ຜູ້​ປະກອບ​ກິດຈະການ ລາວ-ອິນ​ເດຍ (ສລດ) ກະຊວງ​ສຶກສາ​ທິການ ​ແລະ ກິລາ ຮ່ວມ​ກັບ ສູນ​ພັດທະນາ ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງລາວ ໄດ້​ຈັດຊຸດ​ຝຶກອົບຮົມ​ຍົກ​ລະດັບ ໃນຫົວ​ຂໍ້ “ການ​​​ເງິນ​ສໍາລັບ​ຜູ້​ບໍລິຫານ ​ທີ່​ບໍ່​ແມ່ນ​ນັກ​ການ​ເງິນ” ທ້າຍ​ອາ​ທິດ​ຜ່ານ​ມາ ທີ່ນະຄອນຫລວງວຽງຈັນ.

​​​ເນື້ອ​ໃນ​ສຳຄັນ ທີ່ນຳມາຝຶກອົບຮົມຄັ້ງນີ້ ມີ 3 ພາກ​ ຄື: ຄວາມ​ຮູ້​ເບື້ອງ​ຕົ້ນ​ທາງ​ການ​ບັນຊີ ​ແລະ ການ​ເງິນ, ​ໂຄງ​ສ້າງ​ຂອງ​ບັນຊີ-ການ​ເງິນ ​ແລະ ຄວາມ​ສໍາພັນ ​ແລະ ການ​ວິ​ເຄາະ​ການ​ລົງທຶນ. ​ຄວາມ​ຮູ້​ເບື້ອງ​ຕົ້ນ​ທາງ​ການ​ບັນຊີ ​ແລະ ການ​ເງິນ ປະກອບ​ມີມາດຕະຖານ ​ແລະ ຫລັກ ສູດຂອງ​ການ​ບັນຊີ, ການ​ລົງ​ບັນຊີ, ຄວາມ​ສໍາຄັນ​ຂອງ​ງົບ​ການ​ເງິນ ​ແລະ ການ​ເຮັດ​ບົດ​ລາຍ​ງານ ​ຂອງ​ຜູ້​ກວດ​ສອບ​ບັນຊີ ​ແລະ ທິດ​ສະ​ດີການ​ເງິນ, ສ່ວນ​ໂຄງ​ສ້າງ​ຂອງ​ບັນຊີ-ການ​ເງິນ ​ແລະ ຄວາມ​ສໍາພັນ ປະກອບ​ ມີ ​ໃບ​ດຸ່ນດ່ຽງ (Balance Sheet)​, ​ໃບ​ລາຍ​ງານ ລາຍ​ຮັບ-ລາຍ​ຈ່າຍ (Income statement), ບັນຊີ​ກະ​ແສ​ເງິນ​ສົດ (Cash Flow statement), ຄວາມ​ສໍາພັນ​ລະຫວ່າງງົບ​ບັນຊີ​ທັງ 3 ແລະ ການ​ວິ​ເຄາະ​ການ​ລົງທຶນ ປະກອບ​ມີ ມູນ​ຄ່າ​ຂອງ​ກິດຈະການ, ຈຸດ​ຄືນ​ທຶນ ​ແລະ ​ໄລຍະ​ເວລາ​ຄືນ​ທຶນ, ອັດຕາ​ຜົນ​ຕອບ​ແທນ​ພາຍ​ໃນ (IRR) ​ແລະ ຕົ້ນ​ທຶນ​ຂອງ​ເງິນ​ທຶນ.

Cr.KPL

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້