Monday, November 17, 2025
Kbank Laos โอน รับ จ่าย

ທີມຊາດລາວ ເຂົ້າຮ່ວມເຕະບານ ບັງກາບັນດູ ໂກນ ຄັບ 2018

ທ້າຍ​ອາ​ທິດ​ຜ່ານ​ມາ, ນັກ­ກິລາ​ເຕະ­ບານ​ຊາຍ​ທີມ​ຊາດ​ລາວ ຊຸດ​ໃຫຍ່ 24 ຄົນ ພ້ອມ​ດ້ວຍ​ຄະ­ນະ​ນຳ ແລະ ຄູ​ເຝິກ 7 ທ່ານ ເດີນ­ທາງ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ເຕະ ລາຍ­ການ ບັງ​ກາ​ບັນ​ດູ ໂກນ ຄັບ 2018 ຫຼື (Bangabandhu Gold Cup 2018) ຢູ່​ປະ­ເທດ​ບັງ​ກລາ​ເທດ ວັນ​ທີ 1-12 ຕຸ­ລາ 2018 ນຳ​ໂດຍ​ທ່ານ ຄຳ​ແພງ ວົງ​ຂັນ­ຕີ ຫົວ­ໜ້າ​ຄະ­ນະ ຜູ້​ຈັດ­ການ​ທີມ ແລະ ທ່ານ ໄມ​ວອງ ຫົວ­ໜ້າ​ຄູ​ເຝິກ​ຊາວ​ສິງ­ກະ­ໂປ.

ງານ​ນີ້ ມີ 6 ປະ­ເທດ​ເຂົ້າ​ຮ່ວມ ​ແບ່ງ​ເປັນ 2 ກຸ່ມ​ຄື: ກຸ່ມ A ມີ ເນ​ປານ ປາ​ເລ​ສ​ຕາຍ ແລະ ທາ​ຈິ​ກິດ​ສະ­ຖານ ກຸ່ມ B ບັງ​ກະ­ລາ​ເທດ ລາວ ຟີ​ລິບ​ປິນ ສ່ວນ​ຕາ­ຕະ­ລາງ​ການ​ແຂ່ງ­ຂັນ​ວັນ​ທີ 1 ຕຸ­ລາ 2018 ເວ­ລາ 18:30 ໂມງ ທີມ​ຊາດ​ລາວ ພົບ​ກັບ ບັງ​ກລາ​ເທດ ວັນ​ທີ 3 ຕຸ­ລາ 2018 ເວ­ລາ 18:30 ໂມງ ທີມ​ຊາດ​ລາວ ພົບ​ກັບ ຟີ​ລິບ​ປິນ ທັງ 2 ນັດ ຈະ​ແຂ່ງ­ຂັນ​ຢູ່​ສະ­ໜາມ SYLHET ZILA STADIUM ເພື່ອ​ຈະ​ເອົາ​ອັນ​ດັບ 1 ແລະ ອັນ​ດັບ 2 ຜ່ານ​ເຂົ້າ​ສູ່​ຮອບ​ຮອງ​ຊະ­ນະ​ເລີດ ເຊິ່ງ​ຈະ​ແຂ່ງ­ຂັນ​ວັນ​ທີ 9-10 ຕຸ­ລາ 2018 ແລະ ນັດ​ຊີງ​ຊະ­ນະ​ເລີດ ວັນ​ທີ 12 ຕຸ­ລາ 2018.

ຈົບ​ການ​ແຂ່ງ­ຂັນ​ລາຍ­ການ​ນີ້​ແລ້ວ ທີມ​ຊາດ​ລາວ​ຈະ​ເດີນ­ທາງ​ກັບ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ລົງ​ແຂ່ງ­ຂັນ​ນັດ​ອຸ່ນ​ເຄື່ອງ 1 ນັດ ວັນ​ທີ 16 ຕຸ­ລາ 2018 ພົບ​ກັບ ທີມ​ຊາດ​ມົງ​ໂກ​ລີ ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16).

Cr.VientianeMai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.