ແຂ່ງ­ຂັນ​ຊ່ວງ​ເຮືອ ໃນ​ງານ​ບຸນ​ອອກ​ພັນ​ສາ​ປະ​ວໍ­ລະ­ນາ ແລະ ຊ່ວງ​ເຮືອ​ປະ­ເພ­ນີ ປະ­ຈຳ​ປີ 2018 ທີ່​ທ່າ​ວັດ​ຈັນ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ເຮືອ​ຊ່ວງ​ແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ທັງ​ໝົດ 35 ລຳ ໃນ 3 ປະ­ເພດ ຄື: ເຮືອ​ປະ­ເພ­ນີ​ຊາຍ-ຍິງ ເຮືອ​ສູດ​ຊາຍ ແລະ ເຮືອ​ກີ­ລາ 12 ສີ­ພາຍ​ຊາຍ ເຊິ່ງ​ຈະ​ເລີ່ມ​ແຂ່ງ­ຂັນ​ກັນ​ໃນ​ລະ­ຫວ່າງ​ວັນ​ທີ 24-25 ຕຸ­ລາ ນີ້.

ທ່ານ​ນາງ ບົວ​ລອນ ວົງ​ດາ­ລາ​ແສນ ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ທັງ​ເປັນ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ຈັດ​ງານ​ບຸນ​ດັ່ງ­ກ່າວ ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ວ່າ: ສຳ­ລັບ​ການ​ກະ­ກຽມ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ງານ​ບຸນ​ອອກ​ພັນ​ສາ​ປະ​ວໍ­ລະ­ນາ ແລະ ຊ່ວງ​ເຮືອ​ປະ­ເພ­ນີ ປະ­ຈຳ​ປີ 2018 ທີ່​ທ່າ​ວັດ​ຈັນ ເມືອງ​ຈັນ­ທະ​ບູ​ລີ ​ປີ​ນີ້ ມີ​ເຮືອ​ແຈ້ງ​ເຈດ​ຈຳ­ນົງ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ທັງ​ໝົດ 35 ລຳ ໃນ 3 ປະ­ເພດ​ຄື:

ເຮືອ​ປະ­ເພ­ນີ​ຊາຍ 9 ລຳ ເຮືອ​ປະ­ເພ­ນີ​ຍິງ 5 ລຳ ເຮືອ​ສູດ​ຊາຍ 5 ລຳ ແລະ ເຮືອ​ກີ­ລາ 12 ສີ­ພາຍ 16 ລຳ ປີ​ນີ້​ທາງ​ເມືອງ​ຈັນ­ທະ​ບູ​ລີ ຈະ​ເນັ້ນ​ລະ­ບຽບ​ສຸດໆ​ກັບ​ຜູ້​ປະ­ກອບ​ການ ໂດຍ​ສະ­ເພາະ​ການ​ເກັບ​ປີ້​ຄ່າ​ຝາກ​ລົດ ທາງ​ຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ງານ​ແມ່ນ​ກຳ­ນົດ​ໃຫ້​ຄື: ລົດ­ຖີບ ລາ­ຄາ 2.000 ກີບ​ຕໍ່​ຄັນ ລົດ­ຈັກ​ຕ້ອງ​ເກັບ​ໃນ​ລາ­ຄາ 5.000 ກີບ​ຕໍ່​ຄັນ ລົດ​ຈ່ຳ​ໂບ້-ຕຸກໆ ລາ­ຄາ 10.000 ກີບ ແລະ ລົດ​ເກັງ-ລົດ​ກະ­ບະ ລາ­ຄາ​ບໍ່​ເກີນ 15.000 ກີບ​ຕໍ່​ຄັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Cr.VientianeMai

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້