ນ້ອງນັກຮຽນໂຮງຮຽນ ນິຣະດາ ຊະນະການປະກວດ ແນວຄິດສ້າງສັນ.

ການປະດິດຈາກສິ່ງຂອງທີ່ເຫຼືອໃຊ້່ທີ່ສູນການຄ້າ ລາວ-ໄອເຕັກ, ກົມເຕັກໂນໂລຊີ ແລະນະວັດຕະກຳ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດກິດຈະກຳປະກວດແນວຄິດສ້າງສັນເຕັກໂນໂລຊີ ແລະນະວັດຕະກຳ ຈາກການນຳໃຊ້ສິ່ງຂອງທີ່ເຫຼືອໃຊ້, ພາຍໃຕ້ຄຳຂວັນ ເຕັກໂນໂລຊີເພື່ອການການຮ່ວມມືພັດທະນາແບບຍືນຍົງ ເພື່ອສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ (12ຕຸລາ) ກໍ່ຄືເປັນງານສັບປະດາວິທະຍາສາດ ເຕັກໂນໂລຊີ ແລະນະວັດຕະກຳ.

ໃນກິດຈະກຳປະກວດຄັ້ງນີ້ ມີບັນດານັກວິທະຍາສາດໜຸ່ມ ກໍ່ຄື ນ້ອງນັກຮຽນຈາກສະຖາບັນຕ່າງໆໄດ້ສົ່ງຜົນງານເຂົ້າປະກວດ ຈຳນວນ 15 ພາກສ່ວນ ຊຶ່ງໄດ້ຄັດເລືອກຈາກຄະນະກຳມະການຈຳນວນ 54 ພາກສ່ວນ. ຜົນການແຂ່ງຂັນປາກົດວ່າສິ່ງປະດິດ “ເຄື່ອງໃຊ້ໃນຊີວິດປະຈຳວັນ” ທີ່ນຳໃຊ້ກະຕຸກນໍ້າດື່ມທີ່ໃຊ້ແລ້ວ ມາປະດິດເປັນເສື້ອຊູຊີບ ຈາກທີມ PG Purify Group, ໂຮງຮຽນ ນິລະດາ ໄດ້ລາງວັນທີ 1 ໄດ້ຮັບຂັນລາງວັນ ພ້ອມເງິນສົດຈຳນວນ 3 ລ້ານກີບ, ລາງວັນທີ 2 ແມ່ນທີມ ຈາກໂຮງຮຽນຊ້າງນ້ອຍ ຈາກການສົ່ງຜົນງານ ໄດໂນເສົາພູເຂົາໄຟຂີ້ເຫຍື້ອຫຼຸດພາວະໂລກຮ້ອນ, ໄດ້ຮັບຂັນລາງວັນພ້ອມເງິນສົດ 2,5 ລ້ານກີບ, ລາງວັນທີ 3 ແມ່ນທີມ ຊາວໜຸ່ມທົ່ວໄປ ຈາກການສົ່ງຜົນງານ ປ່ຽນເສດເຈ້ຍໃຫ້ການເປັນຄຳ ໄດ້ຮັບຂັນລາງວັນ ພ້ອມເງິນ 2 ລ້ານກີບ, ພ້ອມນັ້ນ ຍັງມີລາງວັນຊົມເຊີຍ ຈຳນວນ 3 ທີມ ໄດ້ແກ່ ນັກສຶກສາຈາກພາກວິຊາ ວິສະວະກຳໄຟຟ້າ, ຄະນະວິສະວະກຳສາດ, ວິທະຍາໄລ ສິນລະປະສຶກສາ ແລະ ສະຖາບັນ ວິຈິດສິນ ແຫ່ງຊາດ ໄດ້ຮັບເງິນສົດ ທີມລະ 7 ແສນກີບ.

ເພື່ອເປັນການສົ່ງເສີມ ຫົວຄິດປະດິດສ້າງ ຂອງນັກວິທະຍາສາດໜຸ່ມ ໃຫ້ກາຍເປັນຜູ້ທີ່ປະດິດສ້າງເພື່ອນຳຜົນງານດັ່ງກ່າວນຳໃຊ້ເຂົ້າໃນຊີວິດປະຈຳວັນ ແລະ ສາມາດນຳເອົາຜົນງານດັ່ງກ່າວໄປແຂ່ງຂັນໃນລະດັບຊາດ ແລະສາກົນໄດ້. ພ້ອມນັ້ນ, ກໍ່ໄດ້ແນໃສ່ການຊຸກຍູ້ສົ່ງເສີມການຖ່າຍທອດ, ການຄົ້ນຄວ້າ, ການປະດິດສ້າງ, ການນຳໃຊ້ເຕັກໂນໂລຊີ ແລະນະວັດຕະກຳ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃນອະນາຄົດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.