ທະນາຄານໂລກ ສະໜອງທຶນ 10 ລ້ານໂດລາ ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຢູ່ ສປປ ລາວ

ພິທີເຊັນສັນຍາເງິນກູ້ຢືມຈາກທະນາຄານໂລກຈຳນວນ 10 ລ້ານໂດລາສະຫະລັດ ລະຫວ່າງລັດຖະບານລາວ ແລະທະນາຄານໂລກ ສໍາລັບໂຄງການສົ່ງເສີມຄວາມສາມາດໃນການເເຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນມື້ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະ ມົນຕີກະຊວງການເງິນ ແລະທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ.


ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ເປັນຕົ້ນແມ່ນການຄຸ້ມຄອງທຸລະກິດ, ອຳນວຍຄວາມສະດວກດ້ານການຄ້າ ແລະ ປັບປຸງຄວາມສາມາດໃນການແຂ່ງຂັນ. ການປັບປຸງເຫຼົ່ານີ້ ຈະມີຜົນປະໂຫຍດໃຫ້ແກ່ປະຊາຊົນລາວທົ່ວໄປ ເນື່ອງຈາກວ່າການປັບປຸງເຫຼົ່ານັ້ນຈະຊຸກຍູ້ໃຫ້ມີການສ້າງວຽກເຮັດງານທຳເພີ່ມຂຶ້ນ, ແລະນຳໄປສູ່ການເເຂ່ງຂັນຫຼາຍຂຶ້ນ, ລາຄາສິນຄ້າກໍຈະຄ່ອຍຫຼຸດລົງແລະເພີ່ມທາງເລືອກໃຫ້ຜູ້ບໍລິໂພກ.


ນອກນີ້ໂຄງການ ຍັງມີທຶນສົມທົບເພື່ອຊ່ວຍສົ່ງເສີມທຸລະກິດ ເພື່ອຊ່ວຍປັບປຸງຄວາມສາມາດໃນການເເຂ່ງຂັນຂອງບໍລິສັດເຊິ່ງຈະຊ່ວຍວິສາຫະກິດສ່ວນບຸກຄົນເຂົ້າເຖິງການບໍລິການດ້ານການພັດທະນາທຸລະກິດ, ແນໃສ່ປັບປຸງການບໍລິຫານພາຍໃນບໍລິສັດ ແລະຮັບນະວັດຕະກຳໃໝ່ໆ. ນີ້ເເມ່ນການສືບຕໍ່ຈາກບົດຮຽນຂອງທຶນສົມທົບເພື່ອຊ່ວຍສົ່ງເສີມທຸລະກິດພາຍໃຕ້ໂຄງການພັດທະນາການຄ້າໄລຍະສອງ ທີ່ສະໜັບສະໜູນໂດຍທະນາຄານໂລກນັບຕັ້ງເເຕ່ປີ 2013 ເປັນຕົ້ນມາ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການຄ້າ ແລະການເຊື່ອມໂຍງເຂົ້າສາກົນດ້ານການຄ້າ.

ໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການແມ່ນເລີ່ມແຕ່ປີ 2018 ຫາປີ 2022 ໂດຍໂຄງການ ໄດ້ຮັບທຶນກູ້ຢືມແບບຜ່ອນຜັນຈໍານວນ 10 ລ້ານໂດລາສະຫະລັດ ຈາກສະມາຄົມພັດທະນາສາກົນ (ພາຍໃຕ້ທະນາຄານໂລກ) ແລະ ທຶນຊ່ວຍເຫຼືອລ້າຫຼາຍຝ່າຍຈາກບັນດາຜູ້ໃຫ້ທຶນອື່ນອີກຈຳນວນ 3 ລ້ານໂດລາສະຫະລັດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...