ຮູບເງົາດີເດັ່ນລາວ-ຈີນ ປະຈຳປີ 2018 ຈະສາຍຕໍ່ຢູ່ພາກເໜືອ ແລະພາກໃຕ້

facebook.com/2191893990822074

ພິທີສາຍຮູບເງົາຮອບປະຖົມມະລຶກ “ເທດສະການຮູບເງົາດີເດັ່ນຈີນທົ່ວປະເທດລາວ” ປະຈຳປີ 2018 ໂດຍຈັດຂຶ້ນໃນວັນທີ 2 ພະຈິກ 2018 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ,ວັດທະນະທຳ ແລະທ່ອງທ່ຽວ(ຖວທ), ທ່ານ ຈ້າວເສິງກ່າງ ທີ່ປຶກສາການເມືອງສະຖານທູດ ສປ ຈີນປະຈຳລາວ ພ້ອມບັນດາແຂກຖືກເຊີນ ແລະ ນັກສະແດງທີ່ມີຊື່ສຽງສອງຝ່າຍລາວ-ຈີນເຂົ້າຮ່ວມ.

ງານຄັ້ງນີ້ ຈັດຂຶ້ນໂດຍວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ ແລະກົມຮູບເງົາ ພາຍໃຕ້ການຊີ້ນຳຂອງສະຖານທູດ ສປ ຈີນປະຈຳລາວ ແລະ ກະຊວງ ຖວທ ມີຈຸດປະສົງເພື່ອຮັດແໜ້ນແລກປ່ຽນການພົວພັນລະຫວ່າງສອງປະເທດ ໂດຍສະເພາະແມ່ນສ້າງຄວາມສະໜິດສະໜົມເຊິ່ງກັນແລະກັນ. ນອກນັ້ນຍັງຖືເອົາເປັນກິດຈະກໍາໜຶ່ງໃນການຮ່ວມມືທາງດ້ານວັດທະນະທໍາທີ່ມີຂີດໝາຍສໍາຄັນ.

ສໍາລັບຮູບເງົາທີ່ນຳມາສາຍຄັ້ງນີ້ ແມ່ນໄດ້ພາກເປັນພາສາລາວ ທັງໝົດມີ 3 ເລື່ອງຄື: ເລື່ອງບໍ່ມີຄຳວ່າຍອມ, ຍຸດທະການທະເລແດງ ແລະທີມສາວເຈົ້າວາຍຸ ໃນນັ້ນ ໄດ້ເຊີນນັກພາກສິລະປິນ ແລະ ນັກສະແດງທີ່ມີຊື່ສຽງລະດັບແນວໜ້າຂອງປະເທດລາວມາຮ່ວມພາກສຽງເຊັ່ນ: ໜຶ່ງ super one, ໄກ່ overdance, ນູ່ນີ ກຸມພົນພັກດີ, ບ໋ອບ ຟຣີແມນ, ເທເລີ້, ວິນລີ້, ໂຕ່ໂຕ້, ບາບີ້, ສັກ ວົງເຊວ ແລະ ມີນັກພາກຜູ້ມີປະສົບການອີກຫຼາຍທ່ານເຂົ້າຮ່ວມພາກ.

ຫຼັງຈາກ ຈັດສາຍຢູ່ໃນນະຄອນຫຼວງວຽງຈັນສຳເລັດແລ້ວ ໃນລະຫວ່າງເດືອນພະຈິກຫາເດືອນທັນວາ ຍັງຈະໄປສາຍໃນຕ່າງແຂວງອີກເປັນຕົ້ນ ແຂວງສະຫວັນນະເຂດ,ຈຳປາສັກ,ອັດຕະປື,ວຽງຈັນ,ໄຊຍະບູລີ,ຊຽງຂວາງ ແລະຫົວພັນ ໂດຍຜູ້ເຂົ້າຊົມຈະບໍ່ໄດ້ເສຍຄ່າໃດໆທັງນັ້ນ.

#InsideLaos #ອິນໄຊລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...