Thursday, March 20, 2025

ພະນັກງານສະພາແຫ່ງຊາດເຊື່ອມຊຶມວັນສ້າງຕັ້ງເມືອງ ວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ

ມື້​ວານນີ້, ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວສະພາແຫ່ງຊາດ ໄດ້ຮັບຟັງປາຖະກະຖາ ກ່ຽວກັບວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018) ເພື່ອເປັນການເສີມຂະຫຍາຍມູນເຊື່ອ ແຫ່ງການຊີ້ນຳ-ນຳພາຮອບດ້ານຂອງພັກ, ມູນເຊື່ອຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາ ເຜົ່າ ແລະ ມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການອອກແຮງງານສ້າງສາພັດທະນາຊີວິດການເປັນຢູ່ ຂອງປະຊາຊົນລາວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ກ້າວຂຶ້ນສູ່ຈຸດໝາຍທີ່ໄດ້ກຳນົດໄວ້ຢ່າງມີໄຊ.

ໃຫ້ກຽດປາຖະກະຖາຄັ້ງນີ້, ໂດຍ ສະຫາຍ ທອງສະຫວັດ ໄຂຄຳພິທູນ ອະດີດກຳມະການສູນການພັກ, ຫົວໜ້າຫ້ອງວ່າກາສູງການພັກ ເຊິ່ງໄດ້ບັນລະຍາຍ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງການສ້າງຕັ້ງເມືອງ ວຽງ ໄຊ-ຖານ ທີ່ໝັ້ນ ຂອງການປະຕິວັດລາວ, ເມືອງວຽງໄຊ-ສູນກາງການຊີ້ນຳຂອງພັກຕໍ່ພາ ລະກິດຕໍ່ສູ້ກູ້ຊາດ ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ປົດປ່ອຍປະເທດຢ່າງສົມບູນ ແລະ ການສືບຕໍ່ເສີມຂະຫຍາຍ ມູນເຊື້ອ ວິລະຊົນ ເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ໃນພາລະກິດປະຕິວັດຕະຫລອດໄປ.

ແມ່ນເພື່ອສຶກສາອົບຮົມມູນເຊື້ອຄວາມປີຊາສາມາດ, ຄວາມສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດ, ເປັນການລະນຶກຈົດຈຳໄຊ ຊະນະອັນຍິ່ງ ໃຫຍ່ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ກໍຄື ຜົນງານອັນລ້ຳເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງຂອງການນຳຮຸ້ນກ່ອນ, ໂດຍສະເພາະ ແມ່ນປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ທີ່ໄດ້ ນຳພາ ພາລະ ກິດຕໍ່ ສູ້ປົດປ່ອຍຊາດ, ການສ້າງເມືອງວຽງໄຊເປັນຖານທີ່ໝັ້ນອັນແຂງແກ່ນ ເພື່ອເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕ ນຳເອົາປະເທດກ້າວຂຶ້ນສູ່ສັງກາດໃໝ່.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່