ພິທີນໍາສະເໜີແອັບພລິເຄຊັນກົດໝາຍລາວ (Version3) ຈັດຂຶ້ນທ້າຍ​ອາ​ທິດ​ຜ່ານ​ມາ ຢູ່ໂຮງແຮມດອນຈັນພາເສດ ໂດຍມີ ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຄໍລິນ ກຣອສບີ ອຸປະທູດ ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍລິນ ກຣອສບີ ກ່າວວ່າ: ແອັບກົດໝາຍນີ້ ເປັນເຄື່ອງມືທີ່ຈະຊ່ວຍໃຫ້ຜູ້ປະກອບການ ນັກລົງທຶນ ແລະ ປະຊາຊົນລາວທົ່ວປະເທດ ສາມາດຮຽນຮູ້ບັນດາລະບຽບຫຼັກການທີ່ສຳຄັນ ແອັບນີ້ເຮັດໃຫ້ ສປປ ລາວ ເປັນທີ່ໜ້າສົນໃຈຫຼາຍຂຶ້ນສຳລັບນັກລົງທຶນຕ່າງປະເທດທີ່ຈະເຂົ້າມາລົງທຶນ ແລະ ປະກອບສ່ວນໃນການພັດທະນາເສດຖະກິດໃຫ້ມີຄຸນະພາບສູງ ໂດຍອີງໃສ່ບັນດາຫຼັກນິຕິທຳ ສ.ອາເມຣິກາ ໃຫ້ທຶນຊ່ວຍເຫຼືອລ້າ ໂດຍຜ່ານໂຄງການ USAID ລູ່ນ້າ 2 ເຊິ່ງເປັນໂຄງການ 5 ປີ ທີ່ອອກແບບກິດຈະກຳຂອງໂຄງການ ເພື່ອຊ່ວຍໃຫ້ ສປປ ລາວ ເຊື່ອມໂຍງເຂົ້າຕະຫຼາດໂລກ ໂດຍການສະໜັບສະໜູນລັດຖະບານໃນການສ້າງ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ລະບຽບຫຼັກການໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິຜົນ ແອັບພລິເຄຊັນກົດໝາຍລາວ ສາມາດດາວໂຫຼດໄດ້ແລ້ວທີ່ ແອັບສຕໍ ແລະ ກູເກລິນເພສຕໍ.

Cr.VientianeMai

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້