Friday, November 14, 2025
Kbank Laos โอน รับ จ่าย

ກອງປະຊຸມ ຫາລືປະກອບຄຳຄິດເຫັນໃສ່ຮ່າງສະບັບທີ 3 ຍຸດທະສາດການເຕີບໂຕສີຂຽວ ແຫ່ງຊາດ

ຄະນະຊີ້ນຳ ການສ້າງຍຸດທະສາດ ແລະສູນສົ່ງເສີມການເຕີບໂຕສີຂຽວຂອງ ສປປ ລາວ ຈັດກອງປະຊຸມ ປືກສາຫາລືປະກອບຄຳຄິດເຫັນໃສ່ຮ່າງຍຸດທະຍາດ ການເຕີບໂຕສີຂຽວຂອງ ສປປ ລາວ ໂດຍມີ ທ່ານ ລີເບີ ບົວລີປາວ ຮອງຫົວໜ້າສະຖາບັນ ຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ຮອງຫົວໜ້າຄະນະຊີ້ນຳ ການສ້າງຍຸດທະສາດ ເປັນປະທານ

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງ ການສະເໜີຮ່າງຍຸດທະສາດເຕີບໂຕສີຂຽວ ສະບັບປັບປຸງໃໝ່ ຮ່າງສະບັບທີ 3 ຈາກບັນດາຜູ້ຕ່າງໜ້າພາກສ່ວນຕ່າງໆ, ປະກອບຄຳຄິດຄຳເຫັນໃສ່ຮ່າງຍຸດທະສາດ ເຕີບໂຕສີຂຽວສະບັບປັບປຸງໃໝ່ ເພື່ອໃຫ້ຮ່າງຍຸດທະສາດສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນຂຶ້ນຍິ່ງຂຶ້ນ, ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ໃນຕົວຈິງຂອງການພັດທະນາເສດຖະກິດ-ສັງຄົມ.

ຍຸດທະສາດການເຕີບໂຕສີຂຽວສະບັບນີ້, ສ້າງຂຶ້ນເພື່ອຮັກສາລະດັບການຂະຫຍາຍຕົວ ຂອງເສດຖະກິດ ໃຫ້ສືບຕໍ່ຮັກສາຈັງວະ ມີການເຕີບໂຕທີ່ໝັ້ນທ່ຽງ ແລະຕໍ່ເນື່ອງ ໂດຍບໍ່ທຳລາຍສິ່ງແວດລ້ອມ ນັ້ນຄືຕ້ອງໄດ້ເລັ່ງໃສ່ຊຸກຍູ້ ແລະສົ່ງເສີມ ການຂະຫຍາຍຕົວຂອງເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ ຢ່າງກວ້າງຂວາງ, ຍົກສູງປະສິດທິພາບ ແລະປະສິດທິຜົນ ຂອງການນຳໃຊ້ຊັບພະຍາກອນທຳມະຊາດ ທີ່ມີຢູ່ຢ່າງຈຳກັດຂອງປະເທດ ໃຫ້ເກີດຜົນປະໂຫຍດສູງສຸດ, ຂະຫຍາຍເສດຖະກິດທີ່ສະອາດ, ເປັນມິດຕໍ່ສິ່ງແວ້ດລ້ອມ, ຫຼຸດຜ່ອນສິ່ງເສດເຫຼືອ ແລະການປ່ອຍອາຍຜິດ ເຮືອນແກ້ວ, ເພີ່ມຄວາມທົນທານຂອງເສດຖະກິດ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ, ໄຟພິບັດທາງທຳມະຊາດ, ຄວາມຜັນຜວນຂອງສະພາບເສດຖະກິດໂລກ ແລະອື່ນໆ

#InsideLaos #ອິນໄຊລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.