Saturday, November 15, 2025
Kbank Laos โอน รับ จ่าย

10 ເດືອນຜ່ານມາ, ດ່ານສາກົນນໍ້າເຫືອງລາວ-ໄທ ມອບລາຍຮັບເຂົ້າ ງົບປະມານ 255 ຕື້ກວ່າກີບ

​ລາຍ​ງານ​ຈາກ ທ່ານ ສົມພິນ ອິນທະວົງ ຫົວໜ້າພາສີປະຈໍາດ່ານສາກົນ​ຂົວ​ມິດຕະພາບ​ນ້ຳ​ເຫືອງ​ລາວ ​ໃຫ້ຮູ້​ໃນ​ໂອກາດ​ທີ່ ທ່ານ ຫວູ ດັ່ງແມັງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອຂອງ ລາວ ພ້ອມດ້ວຍຄະນະ ຢ້ຽມຢາມດ່ານດັ່ງກ່າວ​ເມື່ອ​ບໍ່​ດົນ​ນີ້​ວ່າ: ພາຍໃນ 10 ເດືອນສາມາດເກັບລາຍຮັບມອບເຂົ້າງົບປະມານໄດ້ ທັງໝົດ 255 ຕື້ກວ່າກີບ. ທຽບໃສ່ແຜນການ ປິີປະຕິບັດ ໄດ້ກວ່າ 97%, ຄາດວ່າຮອດທ້າຍເດືອນທັນວາ ປີ 2018 ຈະເກັບໃຫ້ໄດ້ລື່ນແຜນ 15% ຫລື ເທົ່າກັບ 300 ຕື້ກີບ.

ທ່ານ ສົມພິນ ອິນທະວົງ ຍັງ​ໃຫ້​ຮູ້​ອີກ​ວ່າ: ໃນໄລຍະ 10 ເດືອນຜ່ານມາ ມີສິນຄ້າສົ່ງອອກທັງໝົດມູນຄ່າ 75 ລ້ານກວ່າໂດລາ​ສະຫະລັດ, ນໍາເຂົ້າມູນຄ່າ​ເກືອບ 20 ລ້ານໂດລາສະຫະລັດ. ມີຄົນອອກທັງໝົດ 100.000 ກວ່າເທື່ອຄົນ, ຄົນຕ່າງປະເທດເຂົ້າ 34.000 ກວ່າເທື່ອຄົນ, ພາຫະນະອອກ 12.000 ກວ່າເທື່ອຄັນ, ພາຫະນະຕ່າງປະເທດເຂົ້າ 14.000 ກວ່າເທື່ອຄັນ. ອອກວີຊາກັບດ່ານໃຫ້ຄົນຕ່າງປະເທດ 1.000 ກວ່າຄົນ.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.