ລັດຖະມົນຕີ ຖວທ ຕ້ອນຮັບທູດອາເມລິກາປະຈຳລາວ

ມື້​ວານນີ້,ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ ກະຊວງ​ຖະ​ແຫລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ​ໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມຂ່ຳນັບ​ ຂອງ ທ່ານນາງ ລີ​ນາ ບິດ​ເຕີ (Rena Bitter) ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສະຫະລັດ​ອາ​ເມ​ລິ​ກາ ປະ​ຈຳ ສປປ ລາວ ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ ການ​ພົວພັນ​ຮ່ວມ​ມື ​ດ້ານວັດ​ທະນະ​ທຳຂອງ 2 ປະເທດ.

​ໃນໂອກາດ​ດັ່ງກ່າວ, ທ່ານ​ ບໍ່​ແສງ​ຄຳ ວົງ​ດາລາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ທ່ານ ນາງ ລີ​ນາ ບິດ​ເຕີ ທີ່​ໄດ້​ມາ​ພົບປະ ແລະ ປຶກສາ​ຫາລື​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ ​ລະຫວ່າງ​ 2 ປະ​ເທດ. ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ແມ່ນ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ ກະຊວງຖະ​ແຫລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກັບ ສະຫະລັດ​ອາ​ເມ​ລິ​ກາ ​ໂດຍ​ສະ​ເພາະ​ ການ​ພົວພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ.

ໂອກາດນີ້, ທ່ານ ນາງ ລີ​ນາ ບິດ​ເຕີ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ມາ​ຍັງ ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ​ທີ່​ໄດ້​ສະຫລະ​ເວລາ​ອັນ​ມີ​ຄຸນຄ່າ​ໃຫ້ການ​ຕ້ອນຮັບ​ອັນອົບ​ອຸ່ນ, ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ເຖິງ​ຈຸດປະສົງ​ໃນ​ການ​ມາ​ເຂົ້າ​ຢ້ຽມ​ຂ່ຳນັບ​ໃນ​ຄັ້ງ​ນີ້.

#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...