ທາງແຂວງຫຼວງນ້ຳທາ ຈ່າຍ​ຄ່າຊົດເຊີຍໃຫ້ຜູ້ຖືກຜົນກະທົບໂຄງການລົດໄຟ ລາວ-ຈີນ​ແລ້ວ

ບໍ່ດົນ​ມາ​ນີ້​, ແຂວງຫລວງນໍ້າທາ ໄດ້ຈັດພິທີມອບ-ຮັບເງິນຊົດເຊີຍ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈຳນວນ 4 ບ້ານຄື: ບ້ານເຕ່ນ, ບໍ່ປຽດ, ຕີນຕົກ ແລະ ບ້ານນາເຕີນ, ຈຳ ນວນ 138 ຄອບຄົວ ລວມມູນຄ່າ 77 ຕື້ກວ່າກີບ, ​ເຊິ່ງຕາງໜ້າ​ມອບ​ໂດຍ ທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງໆຫລວງນໍ້າທາ.

ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຫ້ອງການປະສານງານທາງລົດໄຟລາວ-ຈີນ ປະຈຳແຂວງຫລວງນໍ້າທາ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ຫລວງນໍ້າທາ ສະບັບເລກທີ 390/ຈຂ ລົງວັນທີ 28 ມິຖຸນາ 2018 ວ່າ ດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເບິກຈ່າຍຄ່າຊົດເຊີຍສິ່ງກີດຂວາງ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງຫລວງນໍ້າທາ ງວດທີ 1 ແລະ ງວດທີ 2 ຄະນະກຳມະການ ໄກ່ເກ່ຍ ຂັ້ນ ແຂວງ ໄດ້ສົມທົບຄະນະຄຸ້ມຄອງຂອງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຮ່ວມກັນຈັດອັນດັບບູລິມະສິດທີ 1 ເພື່ອເປັນເອກະສານອ້າງອີງໃນການຈ່າຍເງິນຊົດເຊີຍ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ 4 ບ້ານດັ່ງກ່າວ ​ໂດຍ​ໄດ້ມີ​ການ​ເບີກ​ຈ່າຍ​ເປັນ 2 ງວດ.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...