Monday, June 23, 2025
Kbank Laos โอน รับ จ่าย

ຊົມ​ເຊີຍ! ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ນະ​ຄອນ​ຫຼວງວຽງ​ຈັນ ປ່ອຍສັດປ່າຫວງຫ້າມບັນຊີໜຶ່ງຄືນສູ່ທໍາມະຊາດ

ມື້​ວານນີ້, ​ທີ່ນະຄອນຫຼວງວຽງຈັນ ປ່ອຍສັດປ່າຫວງຫ້າມບັນຊີໜຶ່ງ ທີ່ເປັນເຄື່ອງຂອງກາງທີ່ກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຮັບຈາກກົມຕໍາຫຼວດສິ່ງແວດລ້ອມ ຕາມບົດບັນທຶກ ມອບ-ຮັບສັດປ່າຫວງຫ້າມບັນຊີໜຶ່ງ ຄັ້ງວັນທີ 2 ພະຈິກ 2018 ກັບຄືນສູ່ທໍາມະຊາດ ຂະນະທີ່ສັດປ່າຕາຍ ແລະ ຊິ້ນສ່ວນສັດ ແມ່ນໄດ້ມີການທໍາລາຍຖິ້ມ.

ສັດປ່າຈໍານວນດັ່ງກ່າວ ກົມຕໍາຫຼວດສິ່ງແວດລ້ອມ ຢຶດໄດ້ໃນຄັ້ງວັນທີ 2 ພະຈິກ 2018 ຢູ່ເຮືອນຂອງ ທ້າວ ຕຸ້ຍ ເຮືອນເລກທີ 249 ໜ່ວຍ 19 ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງມີສັດປ່າທັງໝົດຄື: ໂຕເຮ່ຍເປັນ 225 ໂຕ ນໍ້າໜັກ 923,9 ກີໂລ ໂຕເຮ່ຍຕາຍ 10 ໂຕ ນໍ້າໜັກ 33 ກິໂລ ໂຕລິ້ນຕາຍ 4 ໂຕ ນໍ້າໜັກ 3,5 ກິໂລ ໂຕກັບແກ້ຕາຍ 2 ຖົງ ນໍ້າໜັກ 2,8 ກິໂລ ໂຕກັບແກ້ແຫ້ງ 127 ໂຕ ນໍ້າໜັກ 9,7 ງູເຫຼືອມ 1 ໂຕ ນໍ້າໜັກ 75 ກິໂລ.

ພິທີປ່ອຍສັດປ່າຫວງຫ້າມບັນຊີໜຶ່ງຈໍານວນດັ່ງກ່າວ ຄືນສູ່ທໍາມະຊາດ ຈັດຂຶ້ນທີ່ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເຊິ່ງເປັນພື້ນທີ່ອຸດົມສົມບູນ ມີ ທ່ານ ແສງອາລຸນ ສຸລິຍະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກ ງານກວດກາປ່າໄມ້ ພ້ອມດ້ວຍບັນດາຄະນະນໍາ ກົມກອງ ຫ້ອງ ການ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.
#insidelaos
Cr.vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.