ກະ​ຊວງ ປ​ທ​ສ ​ຈັດ​ງານ​ສ​ຳ​ມະ​ນາການພັດທະນາ ແລະ ນຳໃຊ້ໂປຣແກຣມຫ້ອງການທັນສະໄໝ (eOffice) ຂອງກະຊວງ

ກະຊວງໄປຊະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດງານສຳມະນາກ່ຽວກັບ ການພັດທະນາ ແລະ ນຳໃຊ້ລະບົບຫ້ອງການທັນສະໄໝ (eOffice) ຂອງກະຊວງ ປທສ ຂື້ນທີ່ສະຖາບັນໄປສະນີ ໂດຍມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກະຊວງ ຫ້ອງການລັດ ແລະ ບັນດາກົມອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມທັງໝົດຫຼາຍກວ່າ 90 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການ ໃນການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕນິກ (e-Government) ກໍ່ຄື ລະບົບຫ້ອງການທັນສະ ໄໝ ການນຳສະເໜີກ່ຽວກັບການພັດທະນາ e- Government ຢູ່ລາວ ແລະ ແຜນການພັດທະນາໃນຕໍ່ໜ້າ. ພ້ອມນັ້ນ ກໍ່ໄດ້ນຳສະ ເໜີກ່ຽວກັບລະບົບຫ້ອງການທັນສະໄໝ ຫຼື e-Office ທີ່ ປທສ ນຳໃຊ້ປະຈຸບັນ.
#insidelaos
Cr.Vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...