ປະໂທ້! ຊາວຄ້າຂາຍ ເລີ່ມຈັບຈອງພື້ນທີ່ບໍລິເວນເດີ່ນພະທາດຫຼວງ 80% ແລ້ວ.

ປັດ­ຈຸ­ບັນ​ມີ​ຊາວ​ຄ້າ­ຂາຍ​ໄດ້​ເຂົ້າ​ມາ​ຈັບ­ຈອງ​ສະ­ຖານ­ທີ່​ຂາຍ​ສິນ­ຄ້າ ໂດຍ​ສະ­ເພາະ​ຢູ່​ຈຸດ​ເດີ່ນ​ສະ­ໜາມ​ຫຼວງ ແລະ ບໍ­ລິ­ເວນ​ອ້ອມ​ຮອບ 80% ສ່ວນ​ຢູ່​ຈຸດ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ມີ​ຊາວ​ຄ້າ­ຂາຍ​ມາ​ຈັບ­ຈອງ​ແລ້ວ 60% ແລະ ຈະ​ເປີດ​ຈັບ­ຈອງ​ໃຫ້​ສຳ­ເລັດ​ໃນ​ທ້າຍ​ອາ­ທິດ​ນີ້.

ການ­ຈຳ­ໜ່າຍ​ສິນ­ຄ້າ​ໃນ​ງານ​ວາງ­ສະ­ແດງ​ສິນ­ຄ້າ ໂອ­ກາດ​ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ​ປະ­ຈຳ​ປີ 2018 ຈະ​ເລີ່ມ​ຈຳ­ໜ່າຍ​ແຕ່​ວັນ​ທີ 16-25 ພະ­ຈິກ 2018 ສະ­ເພາະ​ຢູ່​ຈຸດ​ເດີ່ນ​ສະ­ໜາມ​ຫຼວງ​ແມ່ນ​ອະ­ນຸ­ຍາດ​ໃຫ້​ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ແລະ ຜະ­ລິດ​ຕະ​ພັນ​ໂອ​ດ໋ອບ ຢູ່​ຈຸດ​ດາວ​ແດງ​ເກົ່າ​ແມ່ນ​ຈຳ­ໜ່າຍ​ສິນ­ຄ້າ​ທົ່ວ​ໄປ ສ່ວນ​ຢູ່​ຈຸດ​ສູນ​ການ​ຄ້າ​ລາວ​ໄອ​ເຕັກ​ແມ່ນ​ຈຳ­ໜ່າຍ​ສິນ­ຄ້າ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ສຳ­ລັບ​ຜູ້​ທີ່​ເຂົ້າ​ມາ​ວາງ­ສະ­ແດງ ແລະ ຈຳ­ໜ່າຍ​ສິນ­ຄ້າ​ພາຍ​ໃນ​ງານ ຕ້ອງ​ປະ­ຕິ­ບັດ​ຕາມ​ກົດ​ລະ­ບຽບ​ໂດຍ​ການ​ຂາຍ-ຕິດ​ປ້າຍ​ໂຄ­ສະ­ນາ​ຕ້ອງ​ເປັນ​ເງິນ​ກີບແລະ ໂຄ­ສະ­ນາ​ເປັນ​ພາ­ສາ​ລາວ ແລະ ຫ້າມ​ຂາຍ ແລະ ນຳ​ເອົາ​ຢາ​ເສບ​ຕິດ ສິ່ງ​ມຶນ­ເມົາ ອາ­ວຸດ ມີດ ງ້າວ ໜ້າ ກະ­ຖຸນ ສາຍ­ແອວ​ຫົວ​ໃຫຍ່ ສະ­ໜັບ­ມື ອາ­ວຸດ​ຕ່າງໆ ສິນ­ຄ້າ​ລອກ​ຮຽນ​ແບບ ສິນ­ຄ້າ​ລາ­ມົກ​ອາ­ນາ​ຈານ ແລະ ສິນ­ຄ້າ​ທີ່​ຜິດ​ກົດ­ໝາຍ​ເຂົ້າ​ມາ​ວາງ​ຂາຍ​ຢ່າງ​ເດັດ­ຂາດ ຫ້າມ​ຂາຍ­ເຄື່ອງ​ຊະ­ຊາຍ ວາງ​ສິນ­ຄ້າ​ອອກ​ນອກ​ຮ້ານ ແລະ ຊື້​ຂາຍ​ສິນ­ຄ້າ​ເປັນ​ເງິນ­ຕາ​ຕ່າງ­ປະ­ເທດ ອີງ​ຕາມ​ກົດ​ລະ­ບຽບ​ຊົ່ວ­ຄາວ​ຂອງ​ງານ​ບຸນ​ດັ່ງ­ກ່າວ ໄດ້​ອອກ​ກົດ​ລະ­ບຽບ​ຄ່າ​ບໍ­ລິ­ການ​ຝາກ​ລົດ​ໃຫ້​ຜູ້​ມອບ​ເໝົາ ຫຼື ຜູ້​ປະ­ມູນ​ສະ­ຖານ­ທີ່​ຝາກ​ລົດ​ຈັດ​ຕັ້ງ​ປະ­ຕິ­ບັດ​ຄື: ລົດ​ໃຫຍ່ 20.000 ກີບ/ຄັນ/ຄັ້ງ ລົດ​ຕຸກໆ 15.000 ກີບ/ຄັນ/ຄັ້ງ ແລະ ລົດ­ຈັກ 10.000 ກີບ/ຄັນ/ຄັ້ງ.

ເພື່ອ​ຮັກ­ສາ​ໄດ້​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ໃນ​ການ​ຕິດ­ຕາມ​ການ​ຄ້າ­ຂາຍ​ສິນ­ຄ້າ ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້​ຮ່ວມ​ກັບ​ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ເມືອງ ຕຳ­ຫຼວດ​ເສດ­ຖະ­ກິດ 100 ກວ່າ​ຄົນ ລົງ​ຕິດ­ຕາມ​ຮ້ານ​ຄ້າ​ໃນ​ຂອບ​ເຂດ​ງານ​ແຕ່​ລະ​ວັນ ເພື່ອ​ກວດ­ກາ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ສຳ­ລັບ​ຜູ້​ສຳ​ປະ­ທານ​ການ​ຝາກ​ລົດ​ແມ່ນ​ໃຫ້​ຝາກ​ໃນ​ລາ­ຄາ​ຕາມ​ແຈ້ງ​ການ ຖ້າ​ຜ່າ​ຝືນ​ຈະ​ປະ­ຕິ­ບັດ​ຕາມ​ລະ­ບຽບ​ຢ່າງ​ເຂັ້ມ​ງວດ.

Cr.Vientianemai
ຮູບພາບ: facebook.com/548914071950807
#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...