​ບໍ່​ດົນ​ມາ​ນີ້, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ຈັດ​ຊຸດອົບຮົບ ກ່ຽວກັບການຍົກລະດັບຄຸນນະພາບຂອງການບໍລິການ ແລະ ການເອົາໃສ່ຕໍ່ລູກຄ້າ ໃຫ້ແກ່ບັນດາຜູ້ ປະກອບການ ແລະ ຜູ້ບໍລິການດ້ານອາຫານ, ຢູ່ບັນດາຮ້ານອາຫານ, ເຮືອນພັກ, ໂຮງ ແຮມ ແລະ ຣີສອດ​ໃນທົ່ວແຂວງ. ທັງນີ້ ກໍເພື່ອເປັນການກະຕຸກຊຸກຍູ້ ​ແລະ ສົ່ງເສີມວຽກງານການ ທ່ອງທ່ຽວ ຢູ່ແຂວງບໍ່ແກ້ວ ໄດ້ຮັບ ການພັດທະນາ, ຍົກລະດັບ ທາງດ້ານຄຸນນະພາບ ໃຫ້ມີຄວາມປອດໄພຕໍ່ສຸຂະພາບ ແລະ ເກີດຄວາມປະທັບໃຈແກ່ນັກທ່ອງທ່ຽວ ແນ່ໃສ່ຮັບປະກັນຄວາມຄວາມປອດໄພ ໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ.

ທ່ານ ອາລຸນ ທຳມະວົງ ວິຊາການດ້ານຄູຝຶກ ​ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 3 ວັນ ​ເຊິ່ງ​ເຫັນ​ໄດ້​ວ່າ ສຳມະນາກອນສ່ວນຫລາຍໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ທັງພາກທິດສະດີ ແລະ ການຈັດຕັ້ງປະຕິບັດຕົວຈິງ, ​ໃນ​ນັ້ນ ​ສຳ​ມະ​ນາກ​ອນ​ໄດ້ຮຽນຮູ້ກ່ຽວ​ກັບ ຄວາມໝາຍຄວາມສໍາຄັນ ຂອງອາຫານສະອາດ ແລະ ປອດໄພ, ມາດຕະຖານອາຫານສະອາດ, ການຝຶກແອບການທຳຄວາມສະອາດມື, ອຸປະກອນ ແລະ ການຈັບຖືອາຫານ, ຫລັກການປຸງແຕ່ງອາຫານສະອາດ, ການຮັກສາຄຸນນະພາບໃນການບໍລິການ ແລະ ການເອົາໃຈໃສ່ຕໍ່ລູກຄ້າ, ການເປັນເຈົ້າພາບທີ່ດີ, ການຕ້ອນຮັບແຂກທີ່ປະທັບໃຈ, ທັກສະການບໍລິການ, ທັກສະການ ຕ້ອນຮັບແຂກ, ການບໍລິການອາຫານ ທີ່ມີຄວາມສະອາດ ໃຫ້ແກ່ນັກທ່ອງທ່ຽວ ກໍຄືບັນດາລູກຄ້າທົ່ວໄປ.

Cr.KPL
#insidelaos

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້