Thursday, March 20, 2025

ສປປ ລາວ ຖືເອົາການລຶບລ້າງທຸກຮູບການ ໃນການຈຳແນກແມ່ຍິງເປັນສິ່ງສຳຄັນ.

ບໍ່ດົນມານີ້ ຄະນະ​ຜູ້​ແທນ​ແຫ່ງ ສປປ ລາວ ​ເຊິ່ງນຳ​ໂດຍ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ, ລັດຖະມົນຕີ ປະຈຳສຳ​ນັກ​ງານ​ນາຍົກລັດຖະມົນ ຕີ, ຮອງ​ປະທານຄະ​ນະ​ກຳມາ​ທິການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ (ຄຊກມດ) ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 71 ຂອງ ຄະນະ​ກຳມະການ​​ລຶບລ້າງ​ ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ (ຊີ​ດໍ) ສປຊ​ ເຊິ່ງ​ໄດ້​ຈັດ​ຂຶ້ນ​ທີ່ສຳ​ນັກງານ​ອົງການ ສປຊ ປະຈຳນະຄອນ ​ເຈ​ນິວາ, ປະ​ເທດ​ສະ​ວິດ​ເຊີ​ແລນ ເພື່ອ​ປະ​ເມີນ ​ແລະ ທົບ​ທວນຄືນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ພາຍ​ໃຕ້​ສົນທິສັນຍາຊີ​ດໍ ​ຂອງ ສປປ ລາວ ນັບ​ແຕ່​ການທົບ​ທວນ​ປະຈຳ​ໄລຍະ​ຄັ້ງ​ທີ 2 ​ໃນ ປີ 2009 ຈົນ​ເຖິງ​ປະຈຸ​ບັນ.

​ ໃນ​ກອງ​ປະຊຸມ​ ຄະນະຝ່າຍລາວ ​​ໄດ້​ຍົກ​ໃຫ້​​ເຫັນ​ເຖິງ​ຜົນງານ​ອັນ​ພົ້ນ​ເດັ່ນ ​ແລະ ຄວາມ​ຄືບ​ໜ້າໃນ​ການຈັດ​ຕັ້ງ​ປະຕິບັດ ວຽກ​ງານ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ ​ແລະ ການ​ລຶບລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ ຢູ່ ສປປ ລາວ ​ເປັນ​ຕົ້ນ ​ແມ່​ນການປະຕິບັດ​ນະ​ໂຍບາຍ, ລັດຖະທຳ​ມະນູນ ​ແລະ ກົດໝາຍ, ການ​ພັດທະນາ​ເສດຖະກິ​ດ-ສັງຄົມ, ການ​ລຶບ​ລ້າງ​ຄວາມທຸກ​ຍາກ, ການ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະຫວັດ​ດ້ານ​ການ​ພັດທະນາ, ການ​ຮ່ວມ​ມື​ສາກົນ​ດ້ານ​ສິດທິ​ມະນຸດ ​ໂດຍ​ສະ​ເພາະ ​ສິດ​ທິມະນຸດ​ຂອງ​ແມ່ຍິງ ກໍ​ຄື​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ​ ຊີ​ດໍ ທີ່ ສປປ ລາວ ​ເປັນ​ພາ​ຄີ ອັນ​ໄດ້ເຮັດ​ໃຫ້​ແມ່ຍິງ​ລາວ​ບັນດາ​ເຜົ່າ​ ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​​ໂຫຍ​ດອັນ​ຊອບ​ທຳ ​ໄດ້​ຮັບ​ການ​​ສົ່ງ​ເສີມ​​ໃຫ້​ມີ​ຄວາມ​ກ້າວໜ້າ, ​ມີຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ລວມທັງ​ການລຶບລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ​ ​ໄດ້​ເທື່ອ​ລະ​ກ້າວ.

ຄະນະ​ຜູ້​ແທນ ສປປ ລາວ ​ໄດ້​ສະໜອງ​ຂໍ້​ມູນ ​ແລະ ຊີ້​ແຈງ​ອະທິບາຍ​ຢ່າງ​ລະອຽດ ເປັນ​ຕົ້ນ​ແມ່ນ: ສະພາບ​ກົງ​ຈັກ​ການຈັດ​ຕັ້ງ​ຂອງ ຄະນະ​ກຳມາ​ທິການ​ແຫ່ງ​ຊາດ​ເພື່ອ ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ, ການຈັດ​ຕັ້ງ​ປະຕິບັດ​ບັນດາ​ກົດໝາຍ ​ທີ່​ກ່ຽວ​ພັນ​ເຖິງ​ສິດ ​ແລະ ຜົນ​ປະ​ໂຫຍ​ດ ຂອງ​ແມ່ຍິງ, ການ​ເຂົ້າ​ເຖິງ​ຂະ​ບວນການ​ຍຸຕິ​ທຳ​ຂອງ​ແມ່ຍິງ, ການ​ເຂົ້າ​ເຖິງ​ການ​ສຶກສາ​ຂອງ​ເດັກ​ຍິງ, ບັນຫາ​ສຸຂະພາບ​ຂອງ​ແມ່ຍິງ, ການ​ມີ​ວຽກ​ເຮັດ​ງານ​ທຳ​, ການ​ຈ່າຍ​ຄ່າ​ແຮງ​ງານ​​ລະ​ຫວ່າງ​ຍິງ-ຊາຍ, ​ແຮງ​ງານ​ເຄື່ອນ​ຍ້າຍ​ເພດ​ຍິງ, ບັນຫາ​ຄວາມ​ສະ​ເໝີ​ພາບ​ໃນ​ຄອບຄົວ ລວມ​ເຖິງ​ການ​ມີ​ສ່ວນ​ຮ່ວມ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ​ຂອງ​ບັນດາ​ອົງການບໍ່​ສັງກັດ​ລັດຖະບານ, ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ ​ແລະ ສະມາຄົມ​ຕ່າງໆ, ລວມທັງ ການຈັດ​ສັນ​ງົບປະມານ​ເພື່ອ​ຮັບ​ໃຊ້​ ວຽກ​ງານ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ ​ແລະ ການ​ລຶບລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ແມ່ຍິງ.

ຄະນະ​ກຳມະການ​ຊີ​ດໍ ​ແລະ ຜູ້​ເຂົ້າ​ຮ່ວມ​ອື່ນໆ ມີ​ຄວາມ​ເຂົ້າ​ໃຈ​ເປັນ​ຢ່າງ​ດີ​ກ່ຽວ​ກັບ​ການ​ ປະຕິບັດ​ສິດທິ​ມະນຸດ​ຂອງ​ແມ່ຍິງ​ບັນດາ​ເຜົ່າ​ໃນ ສປປ ລາວ. ສຳລັບ​ບາງ​ຄຳ​ຊີ້​ແຈງ​ຂໍ້​ມູນ​ກ່ຽວ​ກັບ​ ວຽກ​ປົກ​ປ້ອງ​ທາງ​ສັງຄົມ ຄະນະ​ຜູ້​ແທນ ຂອງ ສປປ ລາວ ກໍ​ໄດ້​ສົ່ງ​ຄຳ​ຊີ້​ແຈງ​ເປັນ​ລາຍ​ລັກ​ອັກສອນ​​ເພີ່ມ​ເຕີມ ໃຫ້ຄະນະກຳມະການ​ຊີ​ດໍຕາມ​ພາຍຫລັງ.

ກອງ​ປະຊຸມ​​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາ​ກາດ​ທີ່​ສ້າງສັນ ​ແລະ ​​ເຂົ້າ​ອົກ​ເຂົ້າ​ໃຈ​ກັນລະຫວ່າງ​ຄະນະ​ຜູ້​ແທນ ສປປ ລາວ ​ແລະ ຄະນະ​ກຳມະການ​ຊີ​ດໍ ​ແຫ່ງ ສປຊ.
Cr.KPL
ຮູບປະກອບ: raosukunfung

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່