ລັດຖະບານລະບຸວ່າປະຈຸບັນບໍ່ໄດ້ຫ້າມເລື່ອງການປູກກ້ວຍໃນລາວແຕ່ກ່ອນປູກຕ້ອງໄດ້ຮັບອະນຸຍາດຈາກລັດຄັກແນ່ແລະຕ້ອງປູກແບບປອດສານພິດເປັນມິດກັບທຳມະ ຊາດເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມລວມທັງຄົນ ແລະສັດທັງນີ້ໄດ້ມອບໃຫ້ແຕ່ລະະທ້ອງຖີ່ນເປັນເຈົ້າການໃນການກວດກາ ແລະ ຄຸ້ມຄອງການນຳໃຊ້ສານເຄມີໃນສວຍກ້ວຍຂອບເຂດທົ່ວປະເທດ.
ໜື່ງໃນຫຼາຍບັນຫາທີ່ຍົກຂຶ້ນມາຫາລືໃນກອງປະຊຸມລັດຖະບານເປີດກ້ວງທີ່ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ກໍແມ່ນການກວດກາ ແລະຄຸ້ມຄອງການປູກກ້ວຍໃນລາວໂດຍຜົນກອງປະຊຸມລະບຸວ່າ: ປະຊາຊົນລາວປູກກ້ວຍມາແຕ່ດົນນານລັດຖະບານບໍ່ໄດ້ຫ້າມການປູກກ້ວຍ, ແຕ່ຕ້ອງສົ່ງເສີມການປູກແບບປອດສານພິດ ແລະເປັນມິດກັບທຳມະຊາດເພື່ອເປັນສິນຄ້າສົ່ງອອກຕ່າງປະເທດທັງນີ້ກອງປະຊຸມມອບໃຫ້ເຈົ້າຖິ່ນຕ່າງໆ ເປັນເຈົ້າການໃນການສືບຕໍ່ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງໂຄງການປູກກ້ວຍທີ່ໄດ້ຮັບການອານຸຍາດແລ້ວໃຫ້ຫັນມາປູກແບບປອດສານພິດ, ໃຫ້ນຳມາໃຊ້ຝຸ່ນຫຼືປຸ໋ຍຊີວະພາບພ້ອມບໍ່ໃຫ້ໃຊ້ສານເຄມີທີ່ເປັນອັນຕະ ລາຍໃນກໍລະນີກວດເຫັນການກະທໍາຜິດແມ່ນໃຫ້ຢຸດຕິ ແລະ ແກ້ໄຂບັນຫາຢ່າງທັນການ.
ສຳລັບໂຄງການທີ່ຈະລົງທືນໃໝ່ໃຫ້ປະກອບບົດວິພາກເສດຖະກິດ-ເຕັກນິກຕາມລະບຽບການການລົງທຶນ ແລະລະບຽບການກ່ຽວຂ້ອງຢ່າງເຂັ້ມງວດຄຽງຄູ່ກັນນີ້ກໍ່ໃຫ້ເອົາໃຈໃສ່ສົ່ງເສີມການຜະລິດພືດກະສິກຳອື່ນທີ່ເປັນມິດຕໍ່ສິ່ງແວດລ້ອມເພື່ອເປັນການດຸ່ນດຽນຕາມຄວາມຕ້ອງການຂອງທ້ອງຕະຫຼາດ ແລະ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ.
ແນວໃດກໍດີຕາມຂໍ້ມູນຈາກລັດເປີດເຜີຍກ່ອນໜ້ານີ້ຮູ້ວ່າ: ການປູກກ້ວຍໃນລາວປະຈຸບັນແມ່ນມີເນື້ອທີ່ປະມານ 15 ພັນເຮັກຕາສ່ວນໃຫຍ່ແມ່ນເປັນການລົງທຶນຂອງຄົນຈີນທີ່ປູກເພື່ອສົ່ງໄປຍັງປະເທດຕົນໃນນັ້ນມີພຽງ 15...
ເມື່ອບໍ່ດົນມານີ້: ທ່ານ ໄພສະໝອນ ເລຂາໜ່ວຍພັກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ XV ອົງຄະນະພັກເມືອງໃນຫົວຂໍ້“ການສົ່ງເສີມການຜະລິດເປັນສິນຄ້າ”ວ່າ:
ພວກເຮົາໄດ້ເອົາ ໃຈໃສ່ຊີ້ນໍາພະນັກງານວິຊາການປະຕິບັດໜ້າທີ່ໂດຍອີງໃສ່ 3 ເສົາຄໍ້າ 4 ແຜນງານຂອງກະຊວງກະສິກໍາ ແລະ ປ່າໄມ້ໂດຍສະເພາະແຜນງານທີ 2 ທີ່ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ.
5 ປີຜ່ານມາຄືແຕ່ປີ 2015-2019 ໄດ້ຍາດແຍ່ງທຶນຮອນຈາກພາກລັດ,ເອກະຊົນ ແລະ ອົງການ ຈັດຕັ້ງສາກົນ ສະໜັບສະໜູນແຜນງານດັ່ງກ່າວ 37,7 ຕື້ກວ່າກີບ ຢູ່ 54 ບ້ານ ລວມທັງການເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການມີສ່ວນຮ່ວມຫົວໜ່ວຍທຸລະກິດທັງພາກລັດ,ເອກະຊົນ ແລະ ອົງການຈັດຕັ້ງສາກົນກໍ່ສ້າງພື້ນຖານໂຄງລ່າງ ແລະ...
ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການ ສະບັບເລກທີ 0310/ອຄ.ກຄພນ ລົງວັນທີ 23 ມີນາ 2020 ເຖິງ ສາມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ການແຈ້ງປັບລົງລາຄານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.
ກະຊວງອຸດສາຫະກຳ ແລະ ການຄ້າ ຂໍແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ...
ບໍລິສັດເທດດິ້ງລາວ ມະຫາຊົນໄດ້ຮັບອະນຸຍາດ ຈາກລັດຖະບານລາວໃນການສືກສາສຳຫຼວດ ອອກແບບ ແລະ ພັດທະນາໂຄງການ ກໍ່ສ້າງທາງ ລົດໄຟລາວ-ຫວຽດນາມ ໂດຍໄດ້ມີການເຊັນສັນ ຍາບົດບັນທຶກໂຄງການດັ່ງກ່າວກັບກະຊວງໂຍ ທາທິການ ແລະ ຂົນສົ່ງໃນໄລຍະບໍ່ດົນມານີ້.
ໂຄງການດັ່ງກ່າວຈະມີຄວາມຍາວປະມານ 240-270 ກິໂລແມັດ, ເບື້ອງຕົ້ນຂອງໂຄງການ ຈະສືກສາເລີ່ມແຕ່ເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນລາວ-ຫວຽດນາມ ຫຼັງຈາກໄດ້ຮັບ ອະນຸຍາດຈາກລັດຖະບານຫວຽດນາມແລ້ວ ຄ່ອຍຈະເລີ່ມສຳຫຼວດແຕ່ຊາຍແດນ ລາວ-ຫວຽດນາມ...