Thursday, November 13, 2025
Kbank Laos โอน รับ จ่าย

ຜົນດີເກີນຄາດ ລັດຖະບານອະນຸມັດງົບຫຼາຍຕື້ກີບ ໂຄສະນາປີທ່ອງທ່ຽວລາວ 2018 ຜ່ານຊ່ອງ CNN ແລະເວບໄຊຕ່າງໆທົ່ວໂລກ

ລັດໃຊ້ງົບ 22 ຕື້ກີບ ໃສ່ປີທ່ອງທ່ຽວ 2018 ໄດ້ຮັບຜົນດີເພີ່ມຂຶ້ນ 3,2%

ປີທ່ອງທ່ຽວລາວ 2018 ລັດຖະບານໄດ້ອະນຸມັດງົບປະມານດ້ວຍມູນຄ່າ 22,95 ຕື້ກີບ ເຂົ້າໃນການຮັບໃຊ້ປີທ່ອງທ່ຽວລາວ 2018.

ໃນ 9 ເດືອນຜ່ານມາ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວເຖິງ 2,91 ລ້ານຄົນ ຫຼື 3,2% ລັດຖະບານໄດ້ອະນຸມັດງົບປະມານເຂົ້າໃນການຮັບໃຊ້ປີທ່ອງທ່ຽວລາວ 2018 ດ້ວນມູນຄ່າ 22,95 ຕື້ກີບ.

ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຜີຍຂ່າວຕໍ່ສື່ມວນຊົນໃນອາທິດຜ່ານມາວ່າ: ໃນປີທ່ອງທ່ຽວລາວ 2018 ທາງພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການໂຄສະນາປິທ່ອງທ່ຽວ ຢ່າງຕໍ່ເນື່ອງເປັນຕົ້ນ: ການຕິດຕັ້ງປ້າຍໂຄສະນາ, ຮູບພາບແຫຼ່ງທ່ອງທ່ຽວ, ໂລໂກ, ແຜນພັບ, ປື້ມ,ປະຕິທິນ, ໂຄສະນາຜ່ານແອບພລີເຄເຊີນ ວີດີໂອ ແລະ ອື່ນໆ ພ້ອມທັງສະໜອງຂໍ້ມູນການທ່ອງທ່ຽວໃຫ້ສື່ໂຄສະນາ ໂດຍສະເພາະທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ວາລະສານ. ນອກຈາກນັ້ນ, ຍັງໄດ້ໂຄສະນາຜ່ານສື່ຂອງຕ່າງປະເທດເປັນຕົ້ນໂທລະພາບຊ່ອງ CNN ແລະ ເວັບໄຊອື່ນໆ ໂດຍລັດຖະບານໄດ້ອະນຸມັດງົບປະມານທັງໝົດ 22,95 ຕື້ກີບ.

ປັດຈຸບັນ, ການເປີດປີທ່ອງທ່ຽວລາວ 2018 ມີຫຼາຍແຂວງໄດ້ເປີດໄປແລ້ວ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນແຂວງຂອງຕົນ ແລະ ຍັງເຫຼືອພຽງ 3 ແຂວງຄື: ແຂວງສະຫວັນນະເຂດ, ໄຊສົມບູນ ແລະ ອັດຕະປື. ຜ່ານການຈັດຕັ້ງປະຕິບັດຜ່ານມາ 9 ເດືອນ ເຫັນວ່າມີນັກທ່ອງທ່ຽວເຂົ້າມາເຖິງ 2,91 ລ້ານຄົນ ເພີ່ມຂຶ້ນ 3,2 ລ້ານຄົນ
#insidelaos
Cr.ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.