Thursday, November 13, 2025
Kbank Laos โอน รับ จ่าย

ເປີດແລ້ວ! ຢ່າລືມຕິດຕາມ ກອງປະຊຸມສະພາແຫ່ງຊາດ ສສຊ ຮັບຟັງລາຍງານວຽກພົ້ນເດັ່ນຂອງລັດຖະບານ

ເປີດແລ້ວ! ຢ່າລືມຕິດຕາມ
ກອງປະຊຸມສະພາແຫ່ງຊາດ ສສຊ ຮັບຟັງລາຍງານວຽກພົ້ນເດັ່ນຂອງລັດຖະບານ.


ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ .

ເຊິ່ງຈະດຳເນີນໄປຈົນເຖິງວັນທີ 21 ທັນວາ 2018 ໂດຍມື້​ທຳ​ອິດ​ ຂອງ​ການ​ດຳ​ເນີນ​ກອງ​ປະຊຸມ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້ຮັບ​ຟັງ​ການ​ລາຍ​ງານ​ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການຈຸດສຸມ 2019; ລວມທັງແຜນພັດທະນາ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019.

ກກອງປະຊຸມ ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ ກ່ຽວກັບການຈັດຕັ້ງປະຕິບັດ ​ແຜນການ​ເຄື່ອນ​ໄຫວ​ວຽກງານ ປະຈຳ​ປີ 2018 ​ແລະ ທິດ​ທາງ​ແຜນການ ປີ 2019, ບົດ​ລາຍ​ງານ ຜົນ​ການກວດ​ສອບ​ ສະຫລຸບ​ຂາດ​ຕົວ ການຈັດຕັ້ງປະຕິບັດ ​ແຜນ​ງົບປະມານ ​ແຫ່ງ​ລັດ ປະຈຳ​ປີ 2017; ຮັບ​ຟັງ​ການ​ລາຍ​ງານ​ ຂອງ​ອົງການ​ກວດ​ກວດ​ລັດຖະບານ ກ່ຽວກັບການກວດກາ​ຕາມ​ຜົນ​ກວດ​ສອບ ບົດ​ສະຫລຸບ​ຂາດ​ຕົວ ການຈັດຕັ້ງປະຕິບັດ ​ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016.

ບັນດາສະມາຊິກສາພາ​ພາ ​ໄດ້​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ ຕາງໜ້າຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຕໍ່ບົດ​ລາຍ​ງານ​ຂອງ​ລັດຖະບານ, ອົງການ​ກວດ​ສອບ​ແຫ່ງ​ລັດ ​ແລະ ອົງການ​ກວດກາ ​ລັດຖະບານ​ຕາມ​ລຳດັບ.
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.