ເຄື່ອງດື່ມເອວກໍຮໍເປັນສິ່ງທີ່ຂາດບໍ່ໄດ້ໃນການສະເຫຼີມສະຫຼອງ ຫຼື ປາຕີ້ ບໍ່ວ່າຈະເທດສະການໃດໆກໍຕ້ອງມີເຄື່ອງດື່ມແອວກໍຮໍ ເພື່ອຊ່ວຍໃຫ້ບັນຍາກາດໃນງານມ່ວນຫຼາຍຍິ່ງຂຶ້ນ ແຕ່ຮູ້ບໍ່ວ່າ ການດື່ມເຄື່ອງດື່ມແອວກໍຮໍໃນປະລິມານທີ່ຫຼາຍ ແລະ ໄວເກີນໄປ ອາດເຮັດໃຫ້ເກີດພາວະແອວກໍຮໍເປັນພິດ ເຊິ່ງມີຄວາມຮຸນແຮງເຖິງຂັ້ນເສຍຊີວິດໄດ້
ວັນທີ່ 4 ມີນາ 2019 ທີ່ອາຄານຄີນິກຜິວໜັງອະໂສກອຸດອນ ກົງກັນຂ້າມກັບສູນການຄ້າເຊັນທັນອຸດອນ ໄດ້ມີພິທີເປີດຄີນິກຜິວໜັງອະໂສກອຸດອນ ຢ່າງເປັນທາງການແລ້ວ ໂດຍໄດ້ຮັບກຽດຈາກບຸກຄົນຈາກຫຼາຍວົງການ ມາຮ່ວມສະແດງຄວາມຍີນດີນຳ.
ເຊັ່ນ: ທ່ານ ວັນໄຊ ຈັນທະພອນ ຮອງຜູ້ວ່າການຈັງຫວັດອຸດອນທານີ, ທ່ານ ອຳນາດ ຜະກາລັດ ອະດີດຜູ້ວ່າການຈັງຫວັດອຸດອນທານີ ແລະ ຈັງຫວັດສະກົນນະຄອນ, ທ່ານ ນັດທະພົງ (ສົມບັດ) ຕີິີວັດທະນະສຸວັນ...
ທ່ານ ບຸນເນື້ອ ຫຼອງຄໍາໄຕ ເຈົ້າເມືອງໆຕະໂອ້ຍ ໄດ້ລົງເນັ້ນໜັກເຜີ່ຍແຜ່ເຊື່ອມຊຶ່ມຄຳສັງແນະນຳເລກທີ 06/ນຍ ແລະ ແຈ້ງການເພີ່ມເຕີ່ມໃຫ້ປະຊາຊົນບ້ານລະຫາບ ເມືອງຕະໂອ້ຍໃນຕອນແລງວັນທີ 15 ເມສານີ້ ໂດຍມີຄວາມເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງພໍ່ແມ່ປະຊາຊົນແລະ ຮຽກຮ້ອງມາຍັງໃຫ້ປະຊາຊົນຊາວເມືອງຕະໂອ້ຍ, ແຂວງສາລະວັນ ຈົ່ງມີສະຕິໃນການດຳລົງຊີວິດ ແລະ ຢ່າປະໝາດໃນການໃຊ້ຊີວິດປະຈຳວັນ,ເປັນຫ່ວງດ້ານສຸຂະພາບຂອງປະຊາຊົນໃນໄລຍະທີ່ພະຍາດໂຄວິດ 19 ກຳລັງແຜ່ລະບາດຢ່າງກ້ວາງຂວາງໃນຫຼາຍໆປະເທດ.
ເພື່ອເຮັດໃຫ້ການຕ້ານ,ສະກັດກັ້ນພະຍາດໂຄວິດ19 ໃຫ້ມີປະສິດທິຜົນຈຶ່ງຮຽກມາຍັງອໍານາດການປົກຄອງບ້ານ,ແພດໝໍເອົາໃຈໃສ່ໃກ້ຊິດຕິດແທດ ແລະ ເຝົ້າລະວັງ,ຕິດຕາມສະພາບການຕ່າງໆໃຫ້ຕໍເນື່ອງ ແລະ ຈິງຈັງ,ນອກນັ້ນຍັງໄດ້ຮຽກຮ້ອງມາຍັງຂະແໜ່ງການທີ່ກ່ຽວຂ້ອງໂດຍສະເພາະ ແພດໝໍ ແລະ ເຈົ້າໜ້າທີ ທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ຕິດຕາມ ແຮງານລາວທີ່ກັບມາຈາກຕ່າງປະເທດຢ່າງໃກ້ຊິດໂດຍປະຕິບັດຕາມຄຳສັງເລກທີ 06ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ,ກັນການລະບາດ,ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະາດໂຄວິດ19 ທັງໝົດ 18 ຂໍ້ໃຫ້ປະຕິບັດຢ່າງເຂັມງວດ,ເພື່ອຄວາມປອດໄພຕໍ່ຊີວິດ,ຊັບສິນ ແລະ ສັງຄົມ, ໂດຍຍົກເວັ້ນທະຫານຕຳຫຼວດ,ເຈົ້າໜ້າທີດັບເພີງ,ລະບົບບໍລິການໄຟ້າ,ນໍ້າປະປາ,ການສື່ສານ,ແພດໝໍ,ອາສາສະໝັກ ແລະ ພະນັກງານຜູ່ທີໄດ້ຮັບການມອບໝາຍປະຈຳການ ແລະ ຜູ້ສະກັດກັ້ນການລະບາດ,ຄວບຄຸມ ແລະ ຜູ້ປິ່ນປົວຜູ້ທີ່ເປັນພະຍາດໂຄວິດ19
ແລະ ຫ້າມໃຫ້ພະນັກງານ-ລັດຖະກອນ,ນັກຮຽນນັກສຶກສາ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນອອກໄປສະຖານທີ ທີ່ມີຄວາມສຽງໃນການຕິດເຊື້ອ ແລະ ສະຖານທີແອອັດ,ຈາກນັ້ນກໍ່ໄດ້ເຜີ່ຍແຜ່ແຈ້ງການຂອງທ່ານເຈົ້າເມືອງໆຕະໂອ້ຍສະບັບເລກທີ 07/ຈມ ຕອ ລົງວັນທີ 13 ເມສາ2020 ເລື່ອງ: ການປິດເມືອງຕະໂອ້ຍໄລຍະຊົ່ວຄາວ, ແຈ້ງການຂອງວ່າການສໍານັກນາຍົກລັດຖະມົນຕີເລກທີ 478 ລົງວັນທີ 13 ເມສາ2020ເລື່ອງ: ຫ້າມຂາຍ,ຫ້າມຈຳໜ່າຍເຫຼົ້າ,ເບຍ ແລະ ສິ່ງມື່ນເມົາທີ່ມີສ່ວນປະສົມຂອງເຫຼົ້າໃນຊວງໄລຍະ ບຸນປີໃໝ່ລາວ ພສ2563,ແຈ້ງການຂອງສຳນັກງານນາຍົກລັດຖະມົນຕີສະບັບເລກທີ 479 ລົງວັນທີ 13 ເມສາ 2020 ເລື່ອງ:ຫ້າມເກັບຄ່າທຳນຽມຕ່າງໆ ໃນການອອກເອກະສານເຂົ້າ-ອອກເມືອງ ແລະ ບ້ານນຳປະຊາຊົນ.
ທີ່ມາ: medialaos (ສີສະຫວາດ ນັກຂ່າວເມືອງຕະໂອ້ຍ)
ຜູ້ໃຊ້ເຟສບຸກ Mimi Sengchanh Phonemixay ໄດ້ເຜີຍແຜ່ຮູບພາບທີ່ໜ້າປະທັບໃຈ ເມື່ອພະແນກປະສົມພັນທຽມ ຂອງໂຮງໝໍແມ່ ແລະ ເດັກ ສາມາດເຮັດການປະສົມພັນທຽມ ໂດຍການເຮັດ IUI (ສີດນໍ້າເຊື້ອເຂົ້າໃນມົດລູກ) ໄດ້ສໍາເລັດ ເຊິ່ງສາມາດເຮັດໄດ້ແຝດ 3, ເດັກທັງສາມ ແລະ ແມ່ ແມ່ນມີສຸຂະພາບແຂງແຮງດີ