ວຽກ​ງານ​ສ້ອມແປງ​ທາງ​ຫຼວງ​ແຫ່ງ​ຊາດ (ແບບ​ມີ​ກຳນົດ) ປີ 2018 ກົມ​ຂົວ​ທາງ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ (ຍທຂ) ມີ​ທັງ​ໝົດ 130 ສັນຍາ​ຂຶ້ນ​ກັບ 25 ໂຄງການ ມູນ​ຄ່າ 596.98 ຕື້​ກີບ ຄວາມ​ຍາວ 5,827 ກິໂລແມັດ ກຳນົດ​ເວລາ​ຈັດ​ຕັ້ງ​ປະຕິບັດ​ສັນຍາ 5 ເດືອນ ຮອດ​ທ້າຍ​ເດືອນ​ມິຖຸນາ ສະເລ່ຍ​ຄວາມ​ຄືບ​ໜ້າ​ໄດ້​ທັງ​ໝົດ 86.40% ສຳເລັດ 100% ມີ 89 ສັນຍາ ແລະ 41 ສັນຍາ ແມ່ນ​ບໍ່​ສຳເລັດ​ຕາມ​ແຜນການ. ໃນ​ນັ້ນ ຈັດ​ຕັ້ງ​ປະຕິບັດ​ໄດ້ 60% ຂຶ້ນ​ໄປ​ມີ 22 ສັນຍາ ນອນ​ໃນ 13 ໂຄງການ, ປະ­ຕິ­ບັດ​ໄດ້​ຕ່ຳ​ກວ່າ 60% ມີ 17 ໂຄງການ ນອນ​ໃນ 8 ໂຄງການ, ພ້ອມ​ນັ້ນ ບໍ່​ໄດ້​ລົງມື​ຈັດ​ຕັ້ງ​ປະຕິບັດ 2 ສັນຍາ ໃນ 2 ໂຄງການ (ໂຄງການ​ທີ 17 ແຂວງ​ຄຳ​ມ່ວນ ເສັ້ນທາງ​ເລກ​ທີ 11 ແລະ ໂຄງການ​ທີ 18 ແຂວງ​ສະຫວັນ​ນະ​ເຂດ ທາງ​ເລກ 9A+11) ເຊິ່ງ​ລັດຖະບານ​ເຫັນ​ດີ​ໃຫ້​ຍົກເລີກ​ສັນຍາ ແລະ ເປີດ​ກວ້າງ​ປະມູນ​ໃໝ່​ໃນ​ປີ 2019.

ກົມ​ຂົວ​ທາງ ຈັດ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາ­ຄາ​ຖອດ​ຖອນ​ບົດຮຽນ​ດ້ານ​ດີດ້ານ​ອ່ອນ ການຈັດຕັ້ງ​ປະຕິບັດ​ວຽກ​ສ້ອມແປງ​ທາງ​ຫຼວງ​ແຫ່ງ​ຊາດ ປະຈຳ​ປີ 2018 ແລະ ແຜນການ​ປີ 2019 ໄດ້​ຈັດ​ຂຶ້ນ​ວັນ​ທີ 16 ພະຈິກ 2018 ທີ່​ກະຊວງ ຍທຂ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ກະຊວງ ຍທຂ ບັນດາ​ຫົວໜ້າ​ກົມ ຫ້ອງການ ແລະ ພະນັກງານວິຊາ​ການ​ກ່ຽວຂ້ອງ​ທັງ​ສູນ​ກາງທ້ອງຖິ່ນ​ເຂົ້າ​ຮ່ວມ.

ທ່ານ ແພງ ດວງ​ເງິນ ຫົວໜ້າ​ກົມ​ຂົວ​ທາງ ກ່າວ​ວ່າ: ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ສ້ອມແປງ​ເສັ້ນທາງ ໃນ​ຂອບ​ເຂດ​ທົ່ວ​ປະເທດ ເຊິ່ງ​ໃນ​ປີ 2018 ກົມ​ຂົວ​ທາງ ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການຈັດຕັ້ງ​ປະຕິບັດ​ປັບປຸງ​ສ້ອມແປງ ແລະ ບູລະນະ​ເສັ້ນທາງ​ໃຫ້​ມີ​ຄຸນະພາບ ສາມາດ​ນຳ​ໃຊ້​ໄດ້​ທຸກ​ລະດູ ໂດຍ​ລັດຖະບານ ກໍ່​ຄື ກະຊວງ ຍທຂ ໄດ້​ຕິດຕາມ​ໃຫ້​ທິດ​ຊີ້​ນຳ​ຢ່າງ​ໃກ້ຊິດ ເຮັດ​ໃຫ້​ຫຼາຍ​ໂຄງການ​ມີ​ຄວາມ​ຄືບ​ໜ້າ ແລະ ປະສົບ​ຜົນສຳເລັດ ແຕ່​ເຖິງ​ຢ່າງໃດ​ກໍ່​ດີ ຍັງ​ມີ​ອີກ​ຫຼາຍ​ໂຄງການ​ທີ່​ບໍ່​ສາມາດ​ບັນລຸ​ແຜນການ​ວາງ​ໄວ້ ສືບ​ເນື່ອງ​ຈາກ​ປັດ​ໄຈ​ຫຼາຍ​ດ້ານ​ພົ້ນ​ເດັ່ນ ແມ່ນ​ບັນຫາ​ການ​ເກັບ​ກຳ​ຂໍ້​ມູນ​ທີ່​ເລິກເຊິ່ງ ວຽກ​ງານ​ການ​ຮັບ​ເໝົາ​ຂອງ​ບໍລິສັດ​ຍັງ​ມີ​ຄວາມ​ສັບສົນ ໂດຍ​ສະເພາະ ບໍລິສັດ​ຮັບ​ເໝົາ​ດຽວ ແຕ່​ຮັບຜິດຊອບ​ຫຼາຍ​ສັນຍາ ລວມ​ທັງ​ບັນ­ຫາ​ການ​ນຳ​ໃຊ້​ເຄື່ອງມື​ກົນ​ຈັກ​ທີ່​ບໍ່​ທັນ​ສະໄໝ​ເທົ່າ​ທີ່​ຄວນ ເປັນຕົ້ນ.
#insidelaos
Cr.Vientianemai

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້