ພະແນກການເງິນຄຳມ່ວນ ແຕ່ງຕັ້ງຮອງຫົວໜ້າຄົນໃໝ່

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າພະແນກການເງິນ ຈັດຂຶ້ນທີ່ພະແນກການເງິນແຂວງຄຳມ່ວນ ໃນມື້ນີ້, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ພົວ. ສົມແຄນ ອັບປະສອນ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງຄຳມ່ວນ, ມີບັນດາກົມ ມາຈາກກະຊວງ, ພະແນກການອ້ອມຂ້າງແຂວງ ຕະຫຼອດເຖິງພະນັກງານໃນຂົງເຂດການເງິນແຂວງເຂົ້າຮ່ວມ.

ໃນພິທີທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໆຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກການເງິນແຂວງຄຳມ່ວນ ໂດຍແຕ່ງຕັ້ງທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງຫົວໜ້າກົມສະສົມແຫ່ງລັດກະຊວງການເງິນ ເປັນຮອງຫົວໜ້າພະແນກການເງິນ ແຂວງຄຳມ່ວນ.

ໃນໂອກາດດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ໂອ້ລົມຕໍ່ຄະນະນຳ ກໍ່ຄືພະນັກງານລັດຖະກອນ ໃນຂົງເຂດການເງິນແຂວງ ຈົ່ງໄດ້ພ້ອມກັນເອົາໃຈໃສ່ສູ້ຊົນປະຕິບັດການເກັບລາຍຮັບແຜນງົບປະມານໃຫ້ບັນລຸຕາມ ຄາດໝາຍ, ເອົາໃຈໃສ່ດຳເນີນການໂຄສະນາເຜີຍແຜ່ກົດໝາຍໃຫ້ທົ່ວເຖິງ ພ້ອມທັງນຳໃຊ້ມາດຕະການຕໍ່ກົດໝາຍ ເພື່ອຄຸ້ມຄອງເສດຖະກິດ, ຄຸ້ມຄອງງົບປະມານການເງິນ, ດຳເນີນການກວດກາ, ຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ ເພື່ອແກ້ໄຂສ່ອງຫວ່າງການລົບຫຼີກເສຍອາກອນ, ປັບປຸງ ແລະ ພັດທະນາບຸກຄະລາກອນໃຫ້ມີຄຸນນະພາບ, ມີຄວາມຮັບ ຜິດຊອບທາງດ້ານການເມືອງ ແລະ ວິຊາສະເພາະສູງຂຶ້ນ ພ້ອມທັງເອົາໃຈໃສ່ຕື່ມຕໍ່ນະໂຍບາຍປະຢັດ ເພື່ອປະຢັດ ລາຍຈ່າຍທີ່ບໍ່ຈຳເປັນ ແລະ ຮຽກຮ້ອງຕໍ່ທ່ານທີ່ຖືກແຕ່ງຕັ້ງໃໝ່ ຈົ່ງສຸມ ຈິດໃຈປະກອບ ສ່ວນຈັດຕັ້ງປະຕິບັດ ແລະ ຊີ້ນໍາ-ນຳພາຂົງເຂດວຽກງານການເງິນຂອງແຂວງໃຫ້ມີຄວາມກ້າວໜ້າ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
#insidelaos
Cr.Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...