ການນຳເຂົ້າຮ່ວມພິທີແຫ່ຜາສາດເຜີ້ງ ໃນບຸນນະມັດສະການພະທາດຫຼວງ

ປະເພນີແຫ່ຜາສາດເຜີ້ງເປັນພິທີກຳທາງສາສະໜາ ແມ່ນວັດທະ ນະທຳອັນດີງາມ ທີ່ສະແດງເຖິງຄວາມພາກພຽນ ການປະດິດຄິດສ້າງ ແລະ ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນ ດາເຜົ່າໂດຍສະເພາະແມ່ນປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ສືບທອດກັນມາແຕ່ບູຮານນະການ ໂດຍແຕ່ລະປີໄດ້ມີການຈັດຂຶ້ນໃນວັນຂຶ້ນ 14 ຄໍ່າເດືອນສິບສອງຂອງງານສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງ ເພື່ອເປັນການສືບສານວັດທະ ນະທຳອັນດີງາມໃຫ້ຄົງຢູ່ກັບປະຊາຊົນລາວຕະຫຼອດໄປ.

ໃນຕອນບ່າຍມື້ນີ້, ໄດ້ຈັດຂະບວນແຫ່ຜາສາດເຜີ້ງໃນບຸນນະມັດສະການພະທາດຫຼວງປະຈຳປີ ພສ 2561 ຂຶ້ນທີ່ພະທາດຫຼວງ ໂດຍມີພະສົງສາມະເນນ ການນຳພັກ-ລັດ ແລະ ມວນຊົນຊາວນະຄອນຫຼວງເຂົ້າຮ່ວມຢ່າງເປັນຂະບວນຄືກຄື້ນມ່ວນຊື່ນ.

ການແຫ່ຜາສາດເຜີ້ງໃນປີນີ້ ໄດ້ເຄື່ອນຍ້າຍຂະບວນແຫ່ຢູ່ວັດໜອງບອນ ແລ້ວເຂົ້າສູ່ກົມມະລຽນພະທາດຫຼວງເບື້ອງທິດຕາ ເວັນອອກ ໃນນັ້ນນຳໜ້າດ້ວຍຂະບວນແຫ່ຂອງພະສົງ ສຳມະ ເນນ ການນຳພັກ-ລັດເຊິ່ງນຳໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳນະຄອນຫຼວງ ອົງ ການຈັດຕັ້ງມະຫາຊົນ ເຖົ້າແກ່ແນວໂຮມ ຕາມດ້ວຍຂະບວນດົນ ຕີພື້ນເມືອງ ຂະບວນຂອງບັນດາເມືອງຕ່າງໆ ສຳນັກງານ-ອົງການ ແລະ ປະຊາຊົນລາວບັນດາເຜົ່າ ໂດຍຂະບວນການແຫ່ຜາສາດເຜີ້ງໄດ້ເຄື່ອນຜ່ານປະຕູໂຂງດ້ານສະໜາມຫຼວງ ແລ້ວແຫ່ອ້ອມພະທາດ 3 ຮອບ ຈາກນັ້ນກໍ່ໄດ້ຖວາຍຜາສາດເຜິ້ງ ຟັງທຳມະເທສະໜາ1ກັນ ແລະ ກາບໄຫວ້ຊັກກະລະບູຊາພະທາດຫຼວງແລ້ວຖືເປັນການສິ້ນສຸດພິທີ ສຳລັບວັນທີ 22 ພະຈິກ 2018 ເວລາ 7:00 ໂມງເຊົ້າ ທີ່ເດີ່ນພະທາດຫຼວງ ໄດ້ມີພິທີໃສ່ບາດ ຕອນບ່າຍເວລາ 13:30 ໂມງມີພິທີແຫ່ລູກຄີ ແລະ ກີລາຕີຄີ ຢູ່ເດີ່ນສະໜາມຫຼວງ ສ່ວນຕອນຄ່ຳມີວຽນທຽນ ຈູດບັ້ງໄຟດອກ ແລະ ຄົບງັນມ່ວນຊື່ນຕາມປະເພນີ.
#insidelaos
Cr.Vientianemai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...