Thursday, January 23, 2025

ຂະບວນຄາລາວານລົດທ່ອງທ່ຽວສູ່ ເມືອງວຽງໄຊ ແຂວງຫົວພັນ

ພິທີເປີດຂະບວນຄາລາວານລົດທ່ອງທ່ຽວສູ່ເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວໄ ດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກນີ້, ຢູ່ທີ່ເດີ່ມພະທາດຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຂະບວນຄາລາວທ່ອງທ່ຽວດັ່ງກ່າວແມ່ນຈະເດີນທາງອອກຈາກນະຄອນຫຼວງວຽງຈັນໄປຍັງແຂວງບໍລິຄໍາໄຊ, ຊຽງຂວາງ ແລະແຂວງຫົວພັນ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວຄົບຮອບ 50 ປີ, ຊຶ່ງຂະບວນຄາລະວານຄັ້ງນີ້ມີຜູ້ເຂົ້າທັງໝົດ 528 ທ່ານຈາກພາກລັດຂັ້ນສູນກາງແລະທ້ອງຖິ່ນລວມທັງອົງການຈັດຕັ້ງມະຫາຊົນແລະພາກເອກະຊົນມີຈໍານວນລົດເຂົ້າຮ່ວມຂະບວນຄາລາວານ 110 ຄັນ.


ການຈັດຂະບວນຄາລາວານລົດທ່ອງທ່ຽວສູ່ເມືອງວຽງໄຊແຂວງຫົວພັນຄັ້ງນີ້ ເພື່ອເປັນການສຶກສາຮຽນຮູ້ ແລະເຜີຍແຜ່ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດການຕໍ່ເສື້ອອັນຍືດເຍື້ອຍາວນານພິລະອາດຫານຂອງປະຊາຊົນບັນດາເຜົ່າ ແລະວິລະກຳອັນລໍ້າເລີດຂອງບັນດາວິລະຊົນ, ນັກຮົບແຂ່ງຂັນໃນພາລະກິດຕໍ່ສູ່ປົດປ່ອຍຊາດ, ການປົກປັກຮັກສາແລະພັດທະນາປະເທດຊາດໃນໄລຍະຜ່ານມາພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ.ພ້ອມນີ້ກໍ່ເປັນການລະນຶກ ແລະສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜົນງານ ແລະຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດາຜູ້ນຳທີ່ເຄົາລົບຮັກບັນດານັກຮົບຜູ້ອາດຫານທຸກຫມູ່ເລົ່າພ້ອມທັງພໍ່ແມ່ປະຊາຊົນທີ່ເສຍສະຫລະເລືອດເນື້ອໃນການຕໍ່ສູ້ເພື່ອປະເທດຊາດ ແລະປະຊາຊົນເຮົາ.


ທັງເປັນການຮຽນຮູ້ຄຸນສົມບັດສິນທຳປະຕິວັດ,ທັດສະນະແລະອຸດົມຄະຕິຂອງການປະຕິວັດລວມທັງແບບແຜນການນຳແລະແບແຜນການດຳລົງຊິວິດຂອງຜູ້ນຳຮຸ່ນກ່ອນ, ສ້າງຄວາມເອກອ້າງທະນົງໃຈຕໍ່ຜົນສຳເລັດແຫ່ງການຕໍ່ສູ້ກູ້ຊາດ, ການປົກປັກຮັກສາແລະພັດທະນາສ້າງສາປະແທດຊາດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອຕໍ່ສູ້ອົງອາດກ້າຫານແລະມູນເຊື້ອສາມັກຄີພາຍໃຕ້ການນຳພາຂອງພັກ.ພ້ອມດຽວກັນນີ້ຂະບວນຄາລາວານລົດທ້ອງທ່ຽວຄັ້ງນີ້ຍັງເປັນການປຸກລະດົມຂົນຂວາຍແລະສ້າງຂະບວນການໂຄສະນາສົ່ງເສີມປີທ້ອງທ່ຽວລາວ 2018 “ລາວທ່ຽວລາວ”ໂດຍສະເພາະຢູ່ຖານທີ່ຫມັ່ນຂອງການປະຕິວັດລາວກໍ່ຄືການດຶງດູດນັກທ່ອງທ່ຽວໃຫ້ຢ້ຽມຢາມທ່ຽວຊົມບັນດາແຂວງພາກເໜືອໃຫ້ນັບມື້ຫຼາຍຂຶ້ນ ແລະເປັນຂະບວນຟົດຟື້ນແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນປະກອບສ່ວນໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນເທື່ອລະກ້າວ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ