Friday, November 7, 2025
Kbank Laos โอน รับ จ่าย

ລັດຖະບານ ປະຕິບັດນະໂຍບາຍພິເສດ ຍູ້ໜູນວຽກຟື້ນຟູຫລັງໄພພິບັດ


ໃນປີ 2018 ນິີ້, ຫລາຍແຂວງໃນຂອບເຂດທົ່ວປະເທດ ໄດ້ຮັບຜົນກະທົບຈາກໄພພິ ບັດທາງທຳມະຊາດຢ່າງໜັກໜ່ວງ ແລະ ສົ່ງຜົນກະທົບໃຫຍ່ຫລວງຕໍ່ຊີວິດ ແລະ ຊັບສິນຂອງປະຊາ ຊົນ. ຈາກການເກັບກຳຂໍ້ມູນຜົນກະທົບແມ່ນກວມເອົາ 124 ເມືອງ, ລວມມູນຄ່າເສຍຫາຍ 3.166 ຕື້ກວ່າກີບ, ຕໍ່ກັບສະພາບການດັ່ງກ່າວ ລັດຖະບານ ກໍໄດ້ເອົາໃຈໃສ່ໃນການຊ່ວຍເຫລືອ ທັງສະເພາະໜ້າ ແລະ ຍາວນານ, ພ້ອມທັງຈະມີນະໂຍບາຍພິເສດຈຳນວນໜຶ່ງ ເພື່ອຍູ້ໜູນວຽກງານຟື້ນຟູຫລັງໄພພິບັດ.


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ໃນໂອກາດມີຄຳເຫັນຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໃນມື້ນີ້ວ່າ: ລັດຖະບານ ໄດ້ຄົ້ນຄວ້າ ແລະ ຮັບຮອງດ້ານຫລັກການ ແຜນຟື້ນຟູຫລັງໄພພິບັດ ໃນກອງປະຊຸມລັດຖະບານເປີດກວ້າງໃນເດືອນກັນຍາ ຜ່ານມາ, ພ້ອມທັງຈະມີນະໂຍບາຍພິເສດຈຳນວນໜຶ່ງ ເພື່ອຍູ້ໜູນວຽກງານຟື້ນຟູຫລັງໄພພິບັດ ເປັນຕົ້ນແມ່ນ ຈະມີນະໂຍບາຍພິເສດ ເພື່ອຫລຸດຜ່ອນພາສີທີ່ດິນ ແລະ ຄ່າໄຟຟ້າ ແກ່ເຂດທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ, ຈັດສັນງົບປະມານລົງທຶນຂອງລັດຈຳນວນ 500 ຕື້ກີບ ເພື່ອເປັນທຶນຟື້ນຟູພື້ນຖານໂຄງລ່າງ ແລະ ຊຸກຍູ້ການຜະລິດກະສິກຳ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ສຳລັບປີ 2019; ຈະໃຫ້ບູລິມະສິດແກ່ໂຄງການພັດທະນາ ທີ່ຈະຈັດຕັ້ງປະຈິບັດຢູ່ເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເພື່ອລະດົມການຊ່ວຍເຫລືອຈາກກອງປະຊຸມໂຕະມົນ ທີ່ຈະມີຂຶ້ນໃນວັນທີ 4-5 ທັນວາ 2018 ແລະ ຈະສືບຕໍ່ຈັດສັນເຂດການຜະລິດ ແລະ ກໍ່ ສ້າງເຮືອນພັກຊົ່ວຄາວ ແລະ ເຮືອນຢູ່ຖາວອນ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.


ເຫດການໄພພິບັດໃນປີນີ້, ຂະແໜງທີ່ເສຍຫາຍຫລາຍກວ່າໝູ່ແມ່ນ ໂຍທາທິການ ແລະ ຂົນ ສົ່ງ ມີເຖິງ 1.607 ຕື້ກວ່າກີບ, ຮອງລົງມາແມ່ນ ຂະແໜງກະສິກຳ ແລະ ປ່າໄມ້ ຈຳນວນ 1.227 ຕື້ກວ່າກີບ ແລະ ໂຍທາທາງນໍ້າ(ກັນເຈື່ອນ ແລະ ປະຕູນໍ້າ) ຈຳນວນ 166 ຕື້ກວ່າກີບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.