ສື່ມວນຊົນອາຊຽນ ຢ້ຽມຢາມສະຖານທີ່ທ່ອງທ່ຽວຂອງລາວ

ໂອກາດເຂົ້າຮ່ວມສຳມະນາສື່ສິ່ງພິມອາຊຽນ ໃນຍຸກການນໍາໃຊ້ດີຈີຕອນ ໃນວັນທີ 28 ພະຈິກ 2018, ບັນດາຕົວແທນສື່ມວນຊົນ ຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງລາວ, ໂດຍສະເພາະແມ່ນສວນພຶກສາ ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ. 


ໂອກາດນີ້, ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ຮູ້ເຖິງຈຸດປະສົງໃນການສ້າງ ຕັ້ງສວນພຶກສາ ເພື່ອເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທັງເປັນບ່ອນພັກຜ່ອນ ແລະ ຮຽນຮູ້ວິຖີຊີວິດວັດທະນະທຳບັນດາເຜົ່າຂອງລາວ ແລະ ຄາດວ່າ ໃນປີ 2019 ຈະໃຫ້ສຳເລັດສົມບູນແບບ, ເຊິ່ງສວນພຶກສາ ຕັ້ງຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 47 ເຮັກຕາ, ສັນຍາລັກຂອງສວນແມ່ນ ໃດໂນເສົາຄູ່. ການບໍລິການພາຍໃນສວນ ມີ ບໍລິການລົດໄຟຟ້ານໍາທ່ຽວ, ໃຫ້ເຊົ່າລົດຖີບ, ຂີ່ມ້າ, ຕຶກເບັດ, ເຮືອຖີບ, ສະໄລເດີ້, ສະລິງ, ບໍລິການອາຫານ, ເຄື່ອງດື່ມ ແລະ ອື່ນໆ.

#insidelaos

Cr.facebook.com/933302010206913

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...