ຊົມ​ເຊີຍ! ລາວ​ຈະ​ມີ​ກົດ​ໝາຍ​ວ່າ​ດ້ວຍ​ຄົນ​ພິ​ການ​ແລ້ວ!

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍຄົນພິການ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ. 


ການສ້າງກົດໝາຍວ່າດ້ວຍຄົນພິການນີ້, ເປັນການສ້າງຄັ້ງທຳອິດ ເພື່ອໃຫ້ສອດ ຄ່ອງກັບສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຄຸ້ມຄອງ ແລະ ພັດທະນາວຽກງານຄົນພິການແນໃສ່ເສີມສ້າງໃຫ້ຄົນພິການ ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ແລະ ມີຊີວິດການເປັນຢູ່ນັບມື້ດີຂຶ້ນເທື່ອລະກ້າວ.


ພາຍຫລັງທີ່ ທ່ານລັດຖະມົນຕີກະຂວງແຮງງານ ແລະ ສະຫວັດດີການສັງຄົມ ສະເໜີຮ່າງກົດໝາຍແລ້ວ, ບັນດາ ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ເຮັດໃຫ້ກົດໝາຍສະບັບນີ້ ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອໃຫ້ຄົນພິການລາວ ໄດ້ມີກົດໝາຍຮັບຮອງ ແລະ ປົກປ້ອງຢ່າງເປັນທຳ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...