Tuesday, March 18, 2025

ຊົມ​ເຊີຍ! ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ທີ່ແຂວງຫຼວງພະບາງ

ເພື່ອ​ສືບ­ຕໍ່​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ຜົນ​ຂອງ​ກອງ​ປະ­ຊຸມ​ຜູ້­ນຳ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 2 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ມັງ­ກອນ 2018 ທີ່​ກຳ­ປູ­ເຈຍ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ປະ­ຕິ­ບັດ​ງານ 5 ປີ ​ຂອງ​ຂອບ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ 2018-2022 ສປປ ລາວ ໃນ​ນາມ​ປະ­ທານ​ຮ່ວມ​ຂອງ​ຂອບ​ການ​ຮ່ວມ​ມື​ດັ່ງ­ກ່າວ ສຳ­ລັບ​ປີ 2018-2020 ຈະ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 4 (the 4th Mekong-Lancang Cooperation Foreign Ministers’ Meeting) ຂຶ້ນ​ລະ­ຫວ່າງ​ວັນ​ທີ 15-17 ທັນ­ວາ 2018 ທີ່​ນະ­ຄອນ­ຫຼວງ​ພະ​ບາງ.

    ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ດຳ­ເນີນ​ໄປ​ພາຍ​ໃຕ້​ການ​ເປັນ​ປະ­ທານ​ຮ່ວມ​ໂດຍ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້ ທີ່​ປຶກ­ສາ​ແຫ່ງ​ລັດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແຫ່ງ ສາ­ທາ­ລະ­ນະ​ລັດ ປະ­ຊາ­ຊົນ​ຈີນ ເຊິ່ງ​ຈະ​ມີ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ ນຳ​ໂດຍ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ ຫຼື ທຽບ​ເທົ່າ ຈາກ​ບັນ­ດາ​ປະ­ເທດ​ແມ່­ນ້ຳ​ຂອງ ຄື: ສປປ ລາວ ກຳ­ປູ­ເຈຍ ສປ ຈີນ ມຽນ​ມາ ໄທ ແລະ ສສ ຫວຽດ­ນາມ ຫຼາຍ​ກວ່າ 120 ທ່ານ​ເຂົ້າ​ຮ່ວມ.

    ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ໄດ້​ທົບ​ທວນ​ຄວາມ​ຄືບ​ໜ້າ ແລະ ຕີ​ລາ­ຄາ​ຄືນ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງານ ແລະ ໂຄງ­ການ​ຕ່າງໆ​ຂອງ​ຂອບ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ແລະ ປຶກ­ສາ​ຫາ­ລື​ບັນ­ດາ​ແຜນ​ງານ​ໃນ­ຕໍ່­ໜ້າ ແລະ ຮັບ­ຮອງ​ເອົາ ໃນ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 4 ທີ່​ແຂວງ​ຫຼວງ​ພະ​ບາງ​ນີ້ ເພື່ອ​ເປັນ​ການ​ກະ­ກຽມ​ໃຫ້​ແກ່​ກອງ​ປະ­ຊຸມ​ຂັ້ນ​ລັດ­ຖະ­ມົນ­ຕີ ກໍ່​ຈະ​ຈັດ​ກອງ​ປະ­ຊຸມ​ໜ່ວຍ​ງານ​ຮ່ວມ​ດ້ານ​ການ​ທູດ ແລະ ກອງ​ປະ­ຊຸມ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ.

    ສຳ­ລັບ​ຂອບ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ​ຜ່ານ​ມາ ໄດ້​ມີ​ການ​ຈັດ​ກອງ​ປະ­ຊຸມ​ລະ­ດັບ​ຜູ້­ນຳ ຄັ້ງ​ປະ­ຖົມ​ມະ­ລຶກ​ຂຶ້ນ​ໃນ​ປີ 2016 ມາ​ເຖິງ​ປັດ­ຈຸ­ບັນ ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ຂອບ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຖື​ວ່າ​ເປັນ​ກອງ​ປະ­ຊຸມ​ທີ່​ມີ​ຄວາມ​ສຳ­ຄັນ​ໜຶ່ງ ແນ­ໃສ່​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ­ຊາ​ຄົມ​ອາ​ຊຽນ ແລະ ຂະ​ບວນ​ການ​ເຊື່ອມ​ໂຍງ​ຂອງ​ພາກ​ພື້ນ ສ້າງ​ປະ­ຊາ​ຄົມ​ຮ່ວມ​ຊາ­ຕາ­ກຳ​ປະ­ເທດ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ກໍ່​ຄື ສປປ ລາວ ເຮົາ ໃຫ້​ມີ​ສັນ­ຕິ­ພາບ ຄວາມ​ຈະ­ເລີນ​ຮຸ່ງ­ເຮືອງ ແລະ ຄວາມ​ສີ­ວິ­ໄລ.

ທີ່​ມາ: ວຽງ​ຈັນ​ໃໝ່

ຮູບ​ປະ​ກອບ: https://s.isanook.com/la

#insidelaos

#ອິນ​ໄຊ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.