Thursday, November 13, 2025
Kbank Laos โอน รับ จ่าย

ພິ​ທີ​ເປີດ​ໂຄງ​ການກໍ່ສ້າງອາຄານໂຮງໝໍມະໂຫສົດຫຼັງໃຫມ່ ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ ສ.ປ ຈີນ.

ພິທີເປີດໂຄງການກໍ່ສ້າງອາຄານໂຮງໝໍມະໂຫສົດຫຼັງໃໝ່ມີຂຶ້ນຢ່າງເປັນທາງການ ໃນວັນທີ 14 ທັນວາ 2018 ນີ້ ທີ່ໂຮງໝໍມະໂຫສົດ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮວ່ມໃນພິທີ ມີທ່ານ ບຸນກອງ ສີຫາວົງ ລັດຖະມົນ ຕີ ກະຊວງສາທາລະນະສຸກ, ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນ ກະຊວງສາທາລະນະສຸກ, ທ່ານ ວາງ ຊີຮຸ່ຍ ທີ່ປຶກສາດ້ານເສດຖະກິດ – ການຄ້າສະຖານທູດຈີນປະຈໍາສປປ.ລາວ.

ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນ ກະຊວງສາທາລະນະສຸກ ກ່າວວ່າ ໂຄງການກໍ່ສ້າງໂຮງໝໍມະໂຫ ສົດ ຊຶ່ງໄດ້ຮັບການຊ່ວຍເຫລືອລ້າຈາກ ປະຊາຊົນ ແລະ ລັດຖະບານ ສປ ຈີນ ເປັນໂຄງການໃຫຍ່ ແລະ ສຳຄັນຍິ່ງ. ພາຍຫລັງທີ່ມີການ ຈັດພິທີວາງຫິນສີລາລຶກ ໃນປີ 2017 ຜ່ານມາ ປະຊາຊົນໃນທົ່ວປະເທດ ກໍຄືບັນດາອົງການຈັດຕັ້ງສາກົນ, ຕ່າງປະເທດ ກໍຮັບຊາບທົ່ວເຖິງ ແລະ ມີຄວາມຫວັງ, ມີຄວາມດີໃຈທີ່ຈະມີໂຮງໝໍທີ່ທັນ ສະໄໝເກີດຂຶ້ນ.ໂຄງການກໍ່ສ້າງໂຮງໝໍມະໂຫສົດເປັນໂຄງການໃຫຍ່ກວ່າໝູ່, ຕຽງຫຼາຍກວ່າໝູ່, ມູນຄ່າລົງ
ທຶນຫຼາຍກວ່າໝູ່, ມາດຕະຖານໃນການກໍ່ສ້າງສູງກວ່າໝູ່ໃນບັນດາໂຄງການຊ່ວຍເຫຼືອສ້າງໂຮງໝໍ ຂອງ ສ.ປ ຈີນ ໃຫ້ແກ່ບັນດາປະເທດຕ່າງໆຜ່ານມາ ແລະ ກໍເປັນໂຄງການທີ່ມີຄວາມໝາຍສໍາຄັນເຊິ່ງ ປະມຸກລັດ ຂອງ ສ.ປ.ປ ລາວ ແລະ ສ.ປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີວາງສີລາລຶກໄປແລ້ວໃນວັນທີ່ 14 ພະຈິກ 2017.

ທ່ານ ເສີນເຣີ້ນ ຕາງໜ້າ ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ກ່າວວ່າໂຄງການກໍ່ສ້າງໂຮງ ໝໍມະໂຫສົດແມ່ນຈະມີການມ້າງອາຄານເກົ່າສ່ວນໜຶ່ງເພື່ອກໍ່ສ້າງອາຄານໜຶ່ງມີຕຽງ 600 ຕຽງ ແລະ ທີ່ທັນສະ ໄໝ ແລະ ມີການຄຸ້ມຄອງເປັນວິທະຍາ. ເນື້ອທີ່ທັງໝົດຂອງໂຄງການແມ່ນ 30.300 ຕາແມັດ, ເນື້ອທີ່ການກໍ່ສ້າງແມ່ນ 54.800 ຕາແມັດ ໃນນັ້ນການກໍ່ສ້າງໃຕ້ດິນປະມານ 10.000 ຕາແມັດ,ອາຄານຕົ້ນຕໍ ລວມມີອາ ຄານກວດກາສັງລວມ 5 ຊັ້ນ, ອາຄານເຕັກນິກ 4 ຊັ້ນ,ອາຄານນອນຄົນເຈັບ 8 ຊັ້ນ, ອາຄານພະຍາດຊຶມເຊື້ອແຖບຮ້ອນ 4 ຊັ້ນ, ອາຄານຫໍລາຍງານ 1 ຊັ້ນ ແລະ ຫ້ອງໃຕ້ດິນເປັນຕົ້ນ,ທັງໝົດມີຫົກພາກສ່ວນ.

ໃນການອອກແບບການກໍ່ສ້າງ, ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ຈະອອກແບບຕາມຊົງລາວ ແລະ ຫຼຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມໃຫ້ຫຼາຍທີ່ສຸດ, ແຕ່ລະຂັ້ນຕອນຂອງການກໍ່ສ້າງກໍ່ປະຕິບັດຕາມຫຼັກການຮັກສາສິ່ງແວດລ້ອມ,ເປັນສີຂຽວ ແລະ ປະຢັດພະລັງງານ.

ເມື່ອສ້າງສໍາເລັດແລ້ວ ໂຮງໝໍມະໂຫສົດຈະເປັນໂຮງໝໍແຫ່ງໜຶ່ງທີ່ມີອຸປະກອນ ແລະ ເຄື່ອງຈັກທັນສະໄໝທີ່ ສຸດ, ມີບົດບາດໃນການປິ່ນປົວ ແລະ ການແພດສົມບູນກວ່າເກົ່າ, ສາມາດຮັບຄົນເຈັບຕະຫຼອດ 24 ຊົ່ວໂມງ.
ທ່ານ ກ່າວອີກວ່າ ໂຄງການດັ່ງກ່າວຈະຊ່ວຍຊຸກຍູ້ສົ່ງເສີນການພັດທະນາເສດຖະກິດ ແລະ ເປັນຂີດຫຼັກໝາຍອັນສໍາຄັນໃນປະຫວັດສາດມິດຕະພາບ ລາວ-ຈີນ, ຜູ້ພັດທະນາຈະຖືໂຄງການນີ້ເປັນໂອກາດເພື່ອເປີດ ແລະ ຄົ້ນຄວ້າວິທີການຮ່ວມມືແບບໃໝ່ທາງດ້ານການແພດລະຫວ່າງສອງປະເທດລາວ-ຈີນ.

#insidelaos

#ອິນ​ໄຊ​ລາວ

ທີ່​ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.