Sunday, November 9, 2025
Kbank Laos โอน รับ จ่าย

​ເຊັນ​ສັນ​ຍາ ກະກຽມການກໍ່ສ້າງໂຮງໝໍວຽງຈັນຣາມ ອິນເຕິເນເຊິນ ຈຳກັດ ຢູ່ນະຄອນຫຼວງວຽງຈັນ

ການລົງທຶນຮ່ວມກັນລະຫວ່າງກຸ່ມໂຮງໝໍຣາມກຳແຫງ ແລະ ກຸ່ມນັກທຸລະກິດລາວ ໃນມູນຄ່າປະມານ 50 ລ້ານໂດລາສະຫະລັດດັງກ່າວນີ້ ເບື້ອງຕົ້ນຈະມີປະມານ 150 ຕຽງ ປິ່ນປົວພະຍາດຄົບວົງຈອນຕາມມາດຖານສາກົນ ມີເນຶ້ອບໍລິການທັງໝົດ 42.000 ຕາແມັດ ໂຄງການກໍ່ສ້າງໂຮງໝໍດັ່ງກ່າວ ຕັ້ງຢູ່ຖະໜົນໂພນສີນວນ ເມືອງສີສັດຕະນາກ ຄາດວ່າຈະໃຫ້ສຳເລັດ ແລະ ເປີດໃຫ້ບໍລິການພາຍໃນທ້າຍປີ 2021.

ພິທີເຊັນສັນຍາຮ່ວມມືລົງທຶນໃນການກໍ່ສ້າງໂຮງໝໍວຽງຈັນຣາມ ອິນເຕິເນເຊິນ ຈຳກັດ ຫຼື Vientiane Ram International Hospital (VRIH) ທີ່ຢູ່ໃນເຄືອຂອງໂຮງໝໍຣາມກຳແຫງ ປະເທດໄທ ຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນເມື່ອວັນທີ 16 ທັນວາ 2018 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ວິຣັດ ຊືນອິມ ຜູ້ອຳນວຍການ ແລະ ກຳມະການຜູ້ກໍ່ຕັ້ງໂຮງໝໍຣາມກຳແຫງ ແລະ ທ່ານ ນາງ ວິໄລຄຳ ສີພັນດອນ ຕາງໜ້າ ກຸ່ມນັກທຸລະກິດລາວ ພ້ອມດ້ວຍຄະນະ ແລະ ກຸ່ມນັກທຸລະກິດລາວເຂົ້າຮ່ວມ.

ຫຼັງຈາກການກໍ່ສ້າງສຳເລັດ ໂຮງໝໍແຫ່ງນີ້ຈະປະກອບດ້ວຍພະແນກ Emergency Internal Medicine Pediatric Cardio X-ray Lab ແລະ ອຶ່ນໆ ທີ່ມີເຄື່ອງມືທັນສະໄໝ ສາມາດປິ່ນປົວພະຍາດໄດ້ຄົບວົງຈອນ ຜ່ານ 15 ແຜນຫຼັກ ແລະ 4 ສູນຊ່ຽວຊານປົວພະຍາດສະເພາະເຊັ່ນ: ສູນຂະຫຍາຍຫຼອດເດືອດຫົວໃຈ (ສາມາດຊ່ວຍຊີວິດຄົນເຈັບຫຼອດເລືອດຫົວໃຈຕີບທີ່ນຳໄປສູ່ຫົວໃຈຢຸດເຕັ້ນ) ສູນຜ່າຕັດສະໝອງ (ເພື່ອເອົາກ້ອນເລືອດອອກ ຮັກສາຄົນເຈັບອຳມະພາດກະທັນຫັນ) ສູນຮັກສາແຜເບົາຫວານຢູ່ຕີນ (ໂດຍບໍ່ຕ້ອງຕັດຕີນ ຫຼື ຜ່າຕັດ) ແລະ ສູນປິ່ນປົວພະຍາດປວດຫຼັງດ້ວຍການສ່ອງກ້ອງ ພ້ອມກັບມີໂຄງການເພີ່ມສູນຕ່າງໆໃຫ້ສອດຄ່ອງກັບພະຍາດໃນກຸ່ມຄົນແຕ່ລະທ້ອງຖິ່ນທີ່ມີການປ່ຽນແປງ ມີການນຳໃຊ້ເທັກໂນໂລ ຊີທີ່ທັນສະໄໝໃນການປິ່ນປົວພະຍາດຕ່າງໆ ລວມໄປເຖິງການດຳເນີນງານຜ່ານລະບົບໄອທີທີ່ທັນສະໄໝ ໃນການສົ່ງຂໍ້່ມູນການປິ່ນປົວເຖິງມືແພດຢ່າງຊັດເຈນ.

ທີ່​ມາ: facebook.com/0354717122

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.