ຂໍຂອບໃຈນຳຜູ້ສະໜັບສະໜູນ


ມື້ນີ້, ທີ່ທໍານຽບປະທານປະເທດ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສານດີກາ ແຫ່ງ ຣາຊະອານາຈັກໄທ, ຊຶ່ງນຳໂດຍ ທ່ານ ຊີບ ຈຸລະມົນ ປະທານສານດີກາ ແຫ່ງ ຣາຊະອານາ ຈັກໄທ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການ ໃນລະຫວ່າງ ວັນທີ 14 -17 ທັນວາ 2018. 

ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ຊີບ ຈຸລະມົນ ພ້ອມຄະນະໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບອັນເປັນມູນເຊື້ອດີທີ່ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.

Hits: 2

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້