Friday, November 7, 2025
Kbank Laos โอน รับ จ่าย

ເຝິກ​ອົບ​ຮົມ​ສ້າງ​ຮູບ​ເງົາ​ອະ​ນິ​ເມ​ຊັນ​ ຈາກ​ຄູ​ສອນ​ຝີ​ມື​ລະ​ດັບ​ໂລກ ຢູ່​ນະ​ຄອນ​ຫຼວງ​ພະ​ບາງ

ເພື່ອນໆມັກກ່ຽວກັບຮູບເງົາເອນິເມຊັ້ນເຊັ່ນ Kunng Fu Panda ແລະ Shrek ຄືກັບພວກເຮົາບໍ່? ໃນອາທິດທີ່ຜ່ານມາ, ຜູ້ອຳນວຍການສ້າງຮູບເງົາອານິເມຊັນ ທີ່ໄດ້ຮັບຮາງວັນ ອອດສກາ ທ່ານ ອາຣອນ ວອນເນີ Aron Warner ຜູ້ສ້າງຮູບເງົາອານິເມຊັນເລື່ອງ (Shrek; Shrek 2) ແລະ ນັກສິລະປະພັດທະນາດ້ານຮູບພາບ ທ່ານ ອາເທີ ຟົງ Arthur Fong ເຊິ່ງທ່ານໄດ້ເປັນຜູ້ຜະລິດເລື່ອງ (The Croods; Kung Fu Panda 3) ໄດ້ນໍາພາການຈັດຝຶກອົບຮົມ ຢູ່ທີ່ນະຄອນຫຼວງພະບາງໃຫ້ແກ່ຜູ້ສ້າງ ແລະ ນັກຂຽນບົດຮູບເງົາ ຈາກ 8 ປະເທດ ອາຊີຕາເວັນອອກສຽງໃຕ້.

ພາຍໃຕ້ການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ, ຜູ້ເຂົ້າຮ່ວມຍັງຈະໄດ້ລົງມືພາກປະຕິບັດ ແລະ ລົງເລິກເຮັດຕົວຈິງ ເພື່ອທີ່ຈະໄດ້ພັດທະນາທັກສະການເລົ່າເລື່ອງ ໂດຍຜ່ານ ການສ້າງໂຄງສ້າງ ແລະ ການອອກແບບ.

ທາງຜູ້ຈັດງານຍັງໄດ້ເນັ້ນໜັກໃສ່ເຕັກນິກການນໍາສະເໜີໄອເດຍຂອງເລື່ອງ ໃຫ້ກັບບັນດານັກລົງທຶນ ແລະ ຍັງໄດ້ເອົາໃຈໃສ່ໃນດ້ານທຸລະກິດ ເພື່ອວ່າຮູບເງົາຈະສາມາດປະກອບສ່ວນທາງດ້ານເສດຖະກິດ ໃນຂົງເຂດພາກພື້ນ ແລະ ນຳໄປສູ່ ການເພີ່ມຄວາມສົນໃຈໃນເລື່ອງຕ່າງໆ ຢູ່ຂົງເຂດ ອາຊີຕາເວັນອອກສ່ຽງໃຕ້. ຮຽນຮູເພີ່ມຕື່ມໄດ້ທີ່ 

ທີ່​ມາ: facebook.com/10157054677334916

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.