
ທ່ານ ໜູໄຊ ແຫວນສະຫວັນ ຜູ້ອຳນວຍການພະແນກການຂາຍ ແລະ ບໍລິການ ໂອໂຕເວີນ ຈຳກັດ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນພິທີເປີດຕະຫລາດນັດລົດລາຄາຖືກ ຢ່າງເປັນທາງການ ເມື່ອທ້າຍອາທິດທີ່ຜ່ານມານີ້ວ່າ:
ນັບແຕ່ເປີດຕະຫລາດນັດລົດລາຄາຖືກ ແບບບໍ່ເປັນທາງການມາແຕ່ວັນທີ 4 ທັນວາ 2018 ກຸ່ມບໍລິສັດ ໂຄລາວ ຂາຍລົດໄດ້ 10 ປາຍຄັນຕໍ່ມື້, ເຊິ່ງມາຮອດມື້ນີ້ ຂາຍໄດ້ 100 ກວ່າຄັນ, ສ່ວນລົດທີ່ລູກຄ້າໃຫ້ຄວາມສົນໃຈຫລາຍທີ່ສຸດ ແມ່ນລົດມືສອງ ເພາະເປັນລົດທີ່ມີຄຸນນະພາບດີ, ລາຄາເໝາະສົມ ແລະ ບໍ່ແພງ.
ນອກຈາກນີ້, ລົດໃໝ່ກໍໃຫ້ຄວາມສົນໃຈແກ່ລູກຄ້າເຊັ່ນກັນ ເປັນຕົ້ນ ລົດມິດຊູບີຊິ ແລະ ບໍລິສັດໄດ້ຕັ້ງເປົ້າຍອດຂາຍສໍາລັບລົດໃໝ່ ທັງໝົດແມ່ນ 200 ກວ່າຄັນ ແລະ ລົດມືສອງ 500 ຄັນຕໍ່ເດືອນ.
Hits: 3