Saturday, March 22, 2025

ສອງລັດຖະມົນຕີການຕ່າງປະເທດ ລາວ-ຈີນ ຫາລືການພົວພັນສອງຝ່າຍ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫວັງອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປຈີນ ພ້ອມດ້ວຍຄະນະ ພ້ອມມີພິທີພົບປະຫາລືການຮ່ວມມືຂອງສັງພັກ-ສອງລັດໃນບັນຫາທີ່ມີຄວາມສົນໃຈຮ່ວມກັນ.

ຈຸດປະສົງຂອງການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ທາງເລິກ.

ການເປັນຄູ່ຮ່ວມຊະຕາກຳສັງຄົມນິຍົມ ລາວ-ຈີນ ທີ່ມີຄວາມໝາຍຍຸດທະສາດ ທີ່ບໍ່ສາມາດທັບມ້າງໄດ້, ການພົວພັນຮ່ວມມື ລາວ-ຈີນ ແມ່ນຢູ່ໃນລະດັບດີທີ່ສຸດ ແລະ ສູງທີ່ສຸດ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງປົກກະຕິ.

ນອກນີ້, ທັງສອງຝ່າຍ ກຳລັງຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງສະຫາຍການນຳຢ່າງຕັ້ງໜ້າເຊິ່ງເຫັນວ່າມີຫຼາຍອັນມີຄວາມຄືບໜ້າ ເປັນຕົ້ນແມ່ນ: 
1. ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ແມ່ນສຳເລັດແລ້ວ 46%, 
2. ໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ ເພື່ອສະໜອງບຸກຄະລາກອນຮັບໃຊ້ທາງລົດໄຟ ກໍ່ໄດ້ມີການສຳຫຼວດ ແລະ ໄດ້ລົງນາມເອກະສານນຳກັນແລ້ວ ແລະ ກຳລັງເລັ່ງຈັດຕັ້ງຜັນຂະຫຍາຍທຶນຊ່ວຍເຫຼືອ ມູນຄ່າ 04 ຕື້ຢວນ ແລະ ຈັດລຽງໂຄງການບູລິມະສິດໃນ 08 ໂຄງການໃຫຍ່.

ພ້ອມນີ້, ສອງຝ່າຍ ເຫັນດີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງຕົນ ໃນການສ້າງແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ, ແລວທາງເສດຖະກິດ ລາວ-ຈີນ ເພື່ອໃຫ້ໄດ້ເຊັນກັນໃນໄລຍະເວລາທີ່ ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ຈະເດີນທາງໄປຢ້ຽມຢາມ ສປຈີນ ໃນເດືອນເມສາ 2019.

ຈາກນັ້ນ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຮ່ວມມື, ການປະສານສົມທົບ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງສອງກະຊວງການຕ່າງປະເທດ ລາວ-ຈີນ ອັນໄດ້ເຮັດໃຫ້ຖານະບົດບາດຂອງສອງກະຊວງ ກໍ່ຄືສອງປະເທດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ຂອງທ່ານ ຫວັງອີ້ ພາຍຫຼັງໄດ້ຮັບແຕ່ງຕັ້ງເປັນທີ່ປຶກສາແຫ່ງລັດ:
1. ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນແກ່ ສປປລາວ ຕະ ຫຼອດມາ ໃນບັນດາໂຄງການຕ່າງໆຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ການຮ່ວມມືອາຊຽນ-ຈີນ,
2. ພ້ອມດຽວກັນນີ້, ກໍ່ສະເໜີໃຫ້ສອງຝ່າຍ ສືບຕໍ່ປະສານສົມທົບກັນຢ່າງສະໜິດແໜ້ນ ເພື່ອເອົາທັດສະນະຮ່ວມກັນ ຕໍ່ບັນຫາທີ່ພົ້ນເດັ່ນໃນພາກພື້ນ ກໍ່ຄືສາກົນ, ຊ່ວຍສ້າງພະນັກງານຄົ້ນຄວ້າ ແລະ ວິໄຈບັນຫາຕ່າງໆທີ່ພົ້ນເດັ່ນ, 
3. ພິຈາລະນາຊ່ວຍເຫຼືອການປັບປຸງລະບົບໄອທີພາຍໃນກະຊວງ, ພິຈາລະນາຍົກລະດັບດ່ານເມືອງຄັງ ຂຶ້ນເປັນດ່ານສາກົນ, ສືບຕໍ່ແລກປ່ຽນບົດຮຽນລະຫວ່າງ ບັນດາກົມທີ່ກ່ຽວຂ້ອງຂອງທັງສອງກະຊວງ ໂດຍສະເພາະວຽກງານກວດກາ, ການເງິນ, ຊາຍແດນ ແລະ ອື່ນ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຫວັງອີ້ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານ 02 ສະບັບ ຄື: 
1. ສັນຍາ ວ່າດ້ວຍ ການສ້າງນາຍແປພາສາ ລາວ-ຈີນ,
2. ສານແລກປ່ຽນ ວ່າດ້ວຍ ການກໍ່ສ້າງໂຮງຮຽນມັດທະຍົມສົມບູນນາຊາຍທອງ.

ທີ່ມາ: facebook.com/918838951659164

#insidelaos

#ອິນ​ໄຊ​ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່