Wednesday, July 9, 2025
Kbank Laos โอน รับ จ่าย

ຂອບ​ໃຈລັດຖະບານຈີນ ​ທີ່ຊ່ວຍອຸປະກອນການແພດໃຫ້ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ​ແກ່ ສ​ປ​ປ​ລາວ

ມື້ນີ້, ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ນະຄອນຫລວງວຽງຈັນ, ໂຮງໝໍປະຊາຊົນເລກສອງ ແຂວງຢຸນນານ ສປ ຈີນ ໄດ້ນຳເອົາອຸປະກອນການແພດ ແລະ ຢາຈຳນວນໜຶ່ງ ລວມມູນຄ່າເກືອບ 100.000 ໂດລາສະຫະລັດ ມອບໃຫ້ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພິທີເປີດໂຄງການເຄື່ອນໄຫວແສງສະຫວ່າງ ຂອງໂຮງໝໍປະຊາຊົນເລກສອງ ແຂວງ ຢຸນນານ ສປ ຈີນ ທີ່ ສປປ ລາວ ປີ 2018.

ຈຸດປະສົງ ເພື່ອປະກອບສ່ວນເຂົ້າໃນການປິ່ນປົວ ແລະ ຮັກສາຕາ ໃຫ້ພໍ່ແມ່ປະຊາຊົນລາວ ໃຫ້ໄດ້ກັບມາມອງເຫັນອີກຄັ້ງ. ຕາງໜ້າມອບເຄື່ອງຊ່ວຍເຫລືອໃນຄັ້ງນີ້, ໂດຍ ທ່ານ ດຣ. ໂຢ ມົງຄຸນ ຫົວໜ້າຫ້ອງການພະແນກສາທາລະນະສຸກ ແຂວງຢຸນນານ ກ່າວຮັບໂດຍ, ທ່ານ ດຣ. ສີເພັດທະວົງ ສີສະເຫລີມສັກ ຮອງຫົວໜ້າສູນປິ່ນ ປົວ ແລະ ຮັກສາສຸຂະ ພາບຕາ ໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ດຣ. ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ກະຊວງສາທາລະນະສຸກ, ພ້ອມດ້ວຍພະນັກງານແພດໝໍ ເຂົ້າຮ່ວມ.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.