Friday, April 18, 2025

ສື່ມວນຊົນລາວເຂົ້າຮ່ວມຊຸດສຳມະນາທັກສະການຂຽນຂ່າວກ່ຽວກັບມໍລະດົກທາງດ້ານວັດທະນະທຳ ແລະ ທຳມະຊາດ ທີ່ ສສ ຫວຽດນາມ

ກະຊວງຖະແຫລງຂ່າວ ແລະ ສື່ສານ ສສ ຫວຽດນາມ ໄດ້ຈັດຊຸດສຳມະນາທັກສະການຂຽນຂ່າວກ່ຽວກັບມໍລະ ດົກ ໃຫ້ແກ່ສື່ມວນຊົນລາວລະຫວ່າງວັນທີ17-18 ທັນວາ 2018 ໃຫ້ກຽດເປີດຊຸດສຳມະນາຄັ້ງນີ້ໂດຍແມ່ນທ່ານ ຫງວຽນ ທາຍ ທຽນ ຮອງຫົວໜ້າກົມສື່ມວນຊົນ ສສຫວຽດນາມ ແລະ ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ສປປ ລາວ ພ້ອມດ້ວຍບັນດາສື່ມວນຊົນຈາກສື່ເອເລັກໂຕນິກ ແລະ ສື່ສິ່ງພິມ ຈຳນວນ 15 ທ່ານ.

ຈຸດປະສົງເພື່ອສ້າງຄວາມສາມາດ ແລະ ແລກປ່ຽນຄວາມຮູ້ໃນການຂຽນຂ່າວ-ບົດ ເພື່ອໂຄສະນາສົ່ງເສີມໃຫ້ແກ່ສະຖານທີ່ທາງປະຫວັດສາດ,ຮີດຄອງປະເພນີ,ບຸກຄົນ ແລະ ອື່ນ ທີ່ຖືກຮັບຮອງຈາກອຸຍແນັດໂກ້ໃຫ້ເປັນມໍລະ ດົກ. ນອກນີ້ຄະນະສື່ມວນຊົນຍັງຈະໄດ້ເຄື່ອນໄຫວຢ້ຽມຢາມບັນດາສະຖານທີ່ຕ່າງໆ ທີ່ອຸຍແນັດໂກ້ໄດ້ຮັບຮອງໃຫ້ເປັນມໍລະດົກທາງດ້ານວັດທະນະທຳ-ທຳມະຊາດ ແກ່ ສສ ຫວຽດນາມ.

ທີ່ມາ: facebook.com/788223181524910

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.