ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຕອນເຊົ້າຂອງວັນທີ 18 ທັນວາ 2018, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເພື່ອເປັນການທາບທາມ ແລະ ເປີດໂອກາດໃຫ້ບັນດາສະມາຊິກສະ ພາແຫ່ງຊາດ(ສສຊ) ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ ຕໍ່ຮ່າງກົດໝາຍສະບັບນີ້ ແຕ່ຈະບໍ່ທັນໄດ້ຮັບຮອງເອົາໃນກອງປະຊຸມເທື່ອນີ້.

ຮ່າງກົດໝາຍສະບັບນີ້ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ຕິດຕາມກວດກາ ກ່ຽວກັບວຽກງານທີ່ດິນ ເພື່ອໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ, ແນໃສ່ເຮັດໃຫ້ມີຄວາມຮັບປະກັນໃນການນຳໃຊ້ທີ່ດິນ ຖືກຕ້ອງຕາມເປົ້າໝາຍ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະລຽບຮຽບຮ້ອຍ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ, ທັງປົກປັກຮັກສາສິ່ງແວດລ້ອມ ແລະ ເຂດນ້ຳແດນດິນ ຂອງ ສປປ ລາວ.

ທີ່​ມາ: KPL

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້