Monday, November 17, 2025
Kbank Laos โอน รับ จ่าย

ລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຫັນດີເປັນເອກະພາບກັນໃນຫລາຍບັນຫາ

ມື້​ວານນີ້, ທີ່ນະຄອນຫລວງພະບາງ ພາຍຫລັງສຳເລັດກອງປະຊຸມລັດຖະມົນຕີ ຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ມີການຖະແຫລງຂ່າວຮ່ວມ ໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປ.ຈີນ

ໃນການຖະແຫລງຂ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມບັນດາລັດຖະ ມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບການພັດທະນາ ແລະ ຈັດຕັ້ງປະຕິບັດຜົນໄດ້ຮັບຂອງກອງປະຊຸມຊຸດກ່ອນ ແລະ ແລກປ່ຽນທັດສະນະ ກ່ຽວກັບການຮ່ວມມືໃນອະນາຄົດພາຍໃຕ້ກອບຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ພ້ອມນີ້, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາບົດຖະແຫລງຂ່າວຮ່ວມຂອງກອງປະຊຸມ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບົດລາຍງານຄວາມຄືບໜ້າ ປີ 2018 ວ່າດ້ວຍການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2018-2022 ແລະ ບັນດາໂຄງການປິ່ນອ້ອມ; ຕໍ່ກັບການຈັດຕັັ້ງປະຕິບັດແຜນງານ 5 ປີ 2018-2022 ໃນໄລຍະ 1 ປີຜ່ານມາ ບັນດາລັດຖະມົນຕີ ໄດ້ສະແດງຄວາມເພິ່ງພໍໃຈ ກັບຄວາມຄືບໜ້າໃນຫລາຍໂຄງການ ແລະ ແຜນງານຕ່າງໆໃນປີ 2018 ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການທີ່ເຫັນຜົນໄວ, ໂຄງການການເດີນທາງແຫ່ງແສງສະຫວ່າງ, ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ໂຄງການກອງທຶນພິເສດ ເຊິ່ງໄດ້ປະກອບດສ່ວນເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງ ຄົມໃນພາກພື້ນແມ່ນ້ຳຂອງ. ພ້ອມນີ້, ກອງປະຊຸມຍັງໄດ້ສະແດງຄວາມພໍໃຈກັບຜົນສຳເລັດການນຳສະເໜີ ແລະ ການອະນຸມັດໂຄງການກອງທຶນພິເສດ ປີ 2018.

ບັນດາປະເທດສະມາຊິກສະແດງຄວາມຂອບໃຈ ແລະ ຊົມເຊີຍລັດຖະບານ ສປ.ຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອໃນເຂດປະເທດແມ່ນ້ຳຂອງ.

ທີ່​ມາ:facebook.com/945047722365675

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.