Friday, July 11, 2025
Kbank Laos โอน รับ จ่าย

ບໍ່​ທຳ​ມະ​ດາ! ເມືອງຊຳໃຕ້ ເປີດປີທ່ອງທ່ຽວລາວຢ່າງຄຶກຄື້ນ

ເມື່ອບໍ່ດົນມານີ້, ເມືອງຊຳໃຕ້ ແຂວງຫົວພັນ ໄດ້ຈັດພິທີເປີດປີທ່ອງທ່ຽວລາວຕິດພັນກັບການອະນຸລັກຮັກສາວັດທະນະທຳ ແລະ ສົ່ງເສີມຜະລິດຕະພັນຫັດຖະກຳ-ກະສິກໍາ ປະຈຳປີ 2018 ຢ່າງຄຶກຄື້ນ ໂດຍມີ ທ່ານ ເພີດ ມາປັນຍາ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຮິນທອງ ດວງຈັນສຸກ ເຈົ້າເມືອງຊຳໃຕ້, ມີການນຳຈາກພະແນກການຂັ້ນແຂວງ, ບັນດາເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງຫລວງຫລາຍ.

ການຈັດງານເປີດປີທ່ອງທ່ຽວລາວ ໃນປີນີ້ສຸດທີ່ມີຄວາມສໍາຄັນນອກຈາກຈະເປັນການເປີດກວ້າງໃຫ້ແຂກພາຍໃນ ແລະ ພາຍນອກໄດ້ຮັບຮູ້ເຖິງແຫລ່ງທ່ອງທ່ຽວທີ່ສຳຄັນທາງດ້ານປະຫວັດສາດ, ທຳມະຊາດພາຍໃນເມືອງແລ້ວ, ຍັງເປັນການສົ່ງເສີມອະນຸລັກຮັກສາຮີດ ຄອງປະເພນີອັນດີງາມຂອງຊາດຂອງເຜົ່າໃຫ້ຄົງຢູ່ ແລະ ຄຽງຄູ່ກັນນີ້ຍັງໄດ້ມີການສົ່ງເສີມບັນດາຜະລິດຕະພັນຫັດຖະກຳ ແລະ ກະສິກຳເປັນສິນຄ້າໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ທັງຕິດພັນກັບການທ່ອງທ່ຽວ, ເປັນການສ້າງລາຍຮັບໃຫ້ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ, ແນ່ໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນເມືອງຊຳໃຕ້ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.