Wednesday, April 23, 2025

ການດໍາລົງຊີວິດຂອງຊຸມຊົນຢູ່ໃນທ້ອງຖິ່ນ​ດີ​ຂຶ້ນ ຍ້ອນ ADB ຊ່ອຍ​ເຫຼືອ

ທະນາຄານພັດທະນາອາຊີ (ADB) ໄດ້ສະໜອງເງິນກູ້ດອກເບ້ຍຕ່ຳ ເພື່ອຊ່ວຍປັບປຸງມາດຕະຖານການດໍາລົງຊີວິດຂອງປະຊາຊົນ ຢູ່ບ້ານຍໍ້, ເມືອງແບງ, ແຂວງອຸດົມໄຊ ໂດຍອຳນວຍຄວາມສະດວກ ໃນການຝຶກອົບຮົມວິຊາຊີບ ແລະ ການມີວຽກເຮັດທີ່ໝັ້ນຄົງ, ເຊິ່ງ ADB ໄດ້ເຮັດວຽກຢ່າງໃກ້ຊິດ ກັບພະນັກງານຂັ້ນແຂວງ ເພື່ອຊ່ວຍປັບປຸງສະພາບການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ມີລາຍຮັບຕ່ຳ.

ທ່ານ ໄມຈັນ ອ້ວນຈັນທະວົງ ນາຍບ້ານຍໍ້, ເມືອງແບງ ໄດ້ໃຫ້ສຳພາດ ໃນໂອກາດທີ່ສື່ມວນຊົນ ລົງຢ້ຽມຢາມໂຄງການພັດທະນາການທ່ອງທ່ຽວແບບຍືນຍົງ ຂອງທະນາຄານພັດທະນາອາຊີ ເມື່ອອາທິດຜ່ານມາໄດ້ໃຫ້ຮູ້ວ່າ: ຄອບຄົວທີ່ຜະລິດເຄື່ອງປັ້ນດິນເຜົາ, ຄອບຄົວຕ່ຳຫູກທໍໄໝແບບດັ້ງເດີມ ແມ່ນໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ. ໂຄງການ ADB ໄດ້ສ້າງໂອກາດໃຫ້ເຂົາເຈົ້າ ໄດ້ມີວຽກເຮັດງານທຳທີ່ດີ, ເຮັດໃຫ້ເຂົາເຈົ້າມີແຫລ່ງລາຍຮັບທີ່ໝັ້ນຄົງຫລາຍຂຶ້ນ.

ທີ່​ມາ: facebook.com/945136115690169

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.