ມາຮອດປັດຈຸບັນ ເຫັນວ່າບັນຫາການຄຸ້ມຄອງທີ່ດິນຍັງເກີດມີຫລາຍບັນຫາທີ່ຫຍຸ້ງຍາກ ສັບສົນ ເປັນຕົ້ນ ການຫັນປ່ຽນປະເພດທີ່ດິນ ຍັງບໍ່ທັນໄດ້ຮັບການປະຕິບັດກົດໝາຍຢ່າງເຂັ້ມງວດ ຍ້ອນການສ້າງແຜນແມ່ບົດ ທີ່ດິນແຫ່ງຊາດ ແລະ ການວາງແຜນນຳໃຊ້ທີ່ດິນຂອງຂະແໜງການ ຍັງບໍ່ທັນສຳເລັດ ອັນເຮັດໃຫ້ການນຳໃຊ້ທີ່ດິນ ມີລັກສະນະຟຸມເຟືອຍ, ມີການຈັບຈອງດິນ ແລະ ປ່າສາທາ ລະນະແບບຊະຊາຍ.

ໃນຂະນະທີ່ ການແບ່ງປັນດິນໃຫ້ບຸກຄົນຖືສິດ ນຳໃຊ້ຂາດຕົວທີ່ບໍ່ຖືກຕ້ອງ ເກີດຂຶ້ນຢ່າງແຜ່ຫລາຍ, ສ່ວນລາຄາດິນນັບມື້ສູງຂຶ້ນ ເຮັດໃຫ້ການເກັບພາສີ, ອາກອນຈາກທີ່ດິນ ແລະ ຈາກການມອບໂອນ, ຊື້-ຂາຍ ສິດນຳໃຊ້ທີ່ ດິນ ຖືກຮົ່ວໄຫລຢ່າງໜັກໜ່ວງ.

ທີ່​ມາ: facebook.com/945135619023552

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້