ສະ​ມາ​ຊິກ​ສ​ະ​ພາ ບໍ່ເຫັນດີໃຫ້ຄົນຕ່າງປະເທດ ມາຊື້ສິດນຳໃຊ້ທີ່ດິນຢູ່ ສປປ ລາວ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີ ໃຫ້ສະພາແຫ່ງຊາດ ພິຈາລະນາຄືນ ກ່ຽວກັບການຊື້-ຂາຍສິດນຳໃຊ້ທີ່ດິນຂອງລັດ ແບບມີກຳນົດເວລາ ໃນມາດຕາ 96 ຂອງຮ່າງທາບທາມກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທີ່ລະບຸວ່າ ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ສາມາດຊື້ໄດ້ພາຍໃນກຳນົດເວລາບໍ່ເກີນ 50 ປີ ແລະ ສາມາດຊື້ໄດ້ອີກ 1 ຄັ້ງ ແຕ່ບໍ່ໃຫ້ເກີນກຳນົດເວລາ 40 ປີ, ຊຶ່ງເຫັນວ່າຍັງບໍ່ທັນມີຄວາມເໝາະສົມ ໂດຍສະເພາະແມ່ນການຂາຍກຳມະສິດທີ່ດິນ ໃຫ້ກັບຄົນຕ່າງປະເທດ. 

ປະມານ 90% ຂອງ ສສຊ ຈໍານວນທັງໝົດ 29 ທ່ານທີ່ປະກອບຄໍາເຫັນໃສ່ຮ່າງກົດໝາຍສະ ບັບນີ້ ໃນວັນທີ 18 ທັນວາ 2018 ຕະຫລອດເວລາ 1 ວັນເຕັມ ແມ່ນບໍ່ເຫັນດີ ທີ່ຈະຂາຍສິດນຳໃຊ້ທີ່ດິນໃຫ້ກັບຄົນຕ່າງປະເທດ ແລະ ຢາກໃຫ້ມີການຄົ້ນຄວ້າພິຈາລະນາຄືນ ໃຫ້ລະອຽດເລິກເຊິ່ງກວ່າເກົ່າ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ກໍຄື ປະເທດຊາດ.

ທີ່​ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...