Sunday, March 23, 2025

ລັດຖະມົນຕີ ສາທາ ຕ້ອນຮັບຜູ້ຕາງໜ້າອົງການອະນາໄມໂລກຄົນໃໝ່

 ທີ່ກະຊວງສາທາລະນະສຸກ, ທ່ານ ດຣ.ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ມາກ ຈາກຄອບ ຜູ້ຕາງໜ້າຄົນໃໝ່ຂອງອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ພ້ອມປຶກສາຫາລືແຜນ ການຮ່ວມມື ລະຫວ່າງ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ປະຈຳປີ 2019.

ໂອກາດດັ່ງກ່າວ, ທ່ານ ດຣ.ບຸນກອງ ສີຫາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ມາກ ຈາກຄອບ, ພ້ອມຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫລືອຂອງອົງການ WHO ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່, ອົງການ WHO ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນ ລັດຖະ ບານສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8, ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ພາຍໃຕ້ຂອບວຽກທີ່ກ່ຽວຂ້ອງກັບອົງການ WHO ໃຫ້ບັນລຸໄດ້ຕາມຄາດໝາຍ, ໂດຍສະເພາະ ການສົ່ງເສີມການພັດທະນາຊົນນະບົດ, ສຸຂະສຶກສາ ແລະ ໂພຊະນາການ.

ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ WHO ໃນການປະກອບສ່ວນຊ່ວຍ ເຫຼືອສຸກເສີນ ແກ່ປະຊາຊົນຜູ້ປະສົບໄພພິບັດທາງທຳມະຊາດໃນປີ 2018, ພ້ອມອວຍພອນໃຫ້ຜູ້ຕາງໜ້າອົງ ການ WHO ຄົນໃໝ່ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ.

ທີ່​ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່