Thursday, November 13, 2025
Kbank Laos โอน รับ จ่าย

ສະພາແຫ່ງຊາດ ມີຜົນງານໃດສຳເລັດແດ່! ມາຮັບຮູ້​ນຳ​ກັນເລີຍ!

ຂປລ. ານເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ໃນໄລຍະເຄິ່ງສະໄໝຜ່ານມາ ໄດ້ມີຜົນສຳເລັດຫລາຍດ້ານ ເປັນຕົ້ນ ການປະຕິບັດແຜນສ້າງ ແລະ ປັບປຸງກົດໝາຍ, ເອົາໃຈໃສ່ພິຈາລະນາບັນຫາສຳຄັນຕ່າງໆ ຕາມພາລະບົດບາດຂອງຕົນ ກໍຄື ການຕົກລົງບັນຫາສຳຄັນພື້ນ ຖານຂອງປະເທດຊາດ, ການປະຕິບັດວຽກງານຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງໃຫ້ແກ່ສະ ພາແຫ່ງຊາດ, ລວມທັງການເຄື່ອນໄຫວວຽກ ງານຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ.

ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ໂດຍຊີ້ໃຫ້ເຫັນວ່າ: ຜົນງານແຕ່ປີ 2016-2018 ໂດຍສະພາແຫ່ງຊາດຊຸດທີ VIII ສາມາດຮັບຮອງເອົາກົດ ໝາຍທັງ ໝົດ 63 ສະບັບ, ເທົ່າ 60% ຂອງແຜນການ 5 ປີ. ໃນນີ້, ມີກົດໝາຍສ້າງໃໝ່ 27 ສະບັບ, ກົດ ໝາຍປັບປຸງ 36 ສະບັບ. ສຳລັບປີ 2018 ສ້າງ ແລະ ປັບປຸງກົດໝາຍໄດ້ 21 ສະບັບ, ເທົ່າກັບ 95% ຂອງແຜນການປີ, ເຊິ່ງມີກົດໝາຍສ້າງໃໝ່ 15 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ. ສະ ພາແຫ່ງຊາດໄດ້ມີຄວາມຮັບຜິດຊອບສູງ ໃນການຕົກລົງບັນຫາສຳຄັນຂອງຊາດ ເຊິ່ງໃນວາລະດຳເນີນກອງປະຊຸມ 6 ຄັ້ງຜ່ານມາ ມີ ທັງໝົດ 124 ເນື້ອໃນ ແລະ ໄດ້ມີມະຕິຮັບຮອງ 84 ສະບັບ; ສະເພາະ 2018 ໄດ້ພິຈາລະນາ 45 ເນື້ອໃນ ແລະ ມີມະຕິຮັບຮອງ 38 ສະບັບ.

ທີ່ມາ: KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.