Monday, May 19, 2025
Kbank Laos โอน รับ จ่าย

ໂຮງໝໍມິດຕະພາບ (150 ຕຽງ) ສະເຫຼີມສະຫຼອງຄົບຮອບ 30 ປີ ​ຢ່າງ​ຍິ່ງ​ໃຫຍ່

ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ໂຮງ­ໝໍ​ມິດ­ຕະ­ພາບ (150 ຕຽງ) ຄົບ­ຮອບ 30 ປີ (ວັນ​ທີ 11/11/1988-11/11/2018) ຈັດ​ຂຶ້ນທ້າຍ​ອາ​ທິດ​ຜ່ານ​ມາ, ທີ່​ໂຮງ­ໝໍ​ດັ່ງ­ກ່າວ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ຮອງ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ຫ້ອງ­ການ ຄະ­ນະ​ກົມ ຄະ­ນະ​ອຳ­ນວຍ​ການ​ໂຮງ­ໝໍ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ລາວ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ພະ­ນັກ­ງານ​ແພດ ແລະ ແຂກ​ຖືກ​ເຊີນ.

ທ່ານ ສະ­ໜອງ ທອງ​ຊະ­ນະ ຜູ້­ອຳ­ນວຍ­ການ​ໂຮງ­ໝໍ​ມິດ­ຕະ­ພາບ​ກ່າວ​ວ່າ: ໃນ​ປີ 1989 ມີ​ພະ­ນັກ­ງານ​ທັງ​ໝົດ 183 ຄົນ ມາ​ຮອດ​ປີ 2018 ມີ​ພະ­ນັກ­ງານ 658 ຄົນ ເພີ່ມ​ຂຶ້ນ 27,18% ແລະ ມີ​ຊ່ຽວ­ຊານ​ທີ່​ໂດດ​ເດັ່ນ​ໃນ​ວິ­ຊາ​ການ​ຕ່າງໆ ການ​ບໍ­ລິ­ການ​ເຂດ​ນອກ​ເພີ່ມ​ຂຶ້ນ​ຈຳ­ນວນ 18 ເທົ່າ ກວດ​ສຸກ​ເສີນ​ຈາກ 1.220 ເທື່ອ​ຄົນ ມາ​ເປັນ 47.458 ເທື່ອ​ຄົນ ຫຼື ເພີ່ມ​ຂຶ້ນ 38,9 ເທົ່າ ອັດ­ຕາ​ໝູນ​ໃຊ້​ຕຽງ​ຈາກ 39% (150 ຕຽງ) ມາ​ເປັນ 81,82% (300 ຕຽງ) ຂະ­ແໜງ­ການ​ສະ­ໜັບ­ສະ­ໜູນ​ການ­ບົ່ງ­ມະ­ຕິ​ພະ­ຍາດ ໄດ້​ມີ​ເຄື່ອງ​ຈັກ​ກວດ​ດ້ວຍ​ຄື້ນ​ແມ່​ເຫຼັກ MRI CTScan X-Ray Digital ເອ​ໂກ 3 ມິ​ຕິ ລະ­ບົບ X-Ray mobile ແລະ ຫ້ອງ​ວິ­ເຄາະ​ທັນ​ສະ­ໄໝ ປັດ­ຈຸ­ບັນ​ສາ­ມາດ​ຜ່າ­ຕັດ​ປ່ຽນ​ຂໍ້​ທຽມ​ກະ­ດູກ​ກົກ­ຂາ ກະ­ດູກ​ຂໍ່​ຫົວ­ເຂົ່າ ແປງ​ເອັນ​ຫົວ­ເຂົ່າ ຜ່າ­ຕັດ​ຕົບ­ແຕ່ງ​ຕີນ​ໂງ້ງ ຂາ​ໂຂງ ແຂນ​ໂຂງ ປິ່ນ­ປົວ​ກະ­ດູກ​ອັກ­ເສບ ຜ່າ­ຕັດ​ເລືອດ​ກ້າມ​ໃນ​ສະ­ໝອງ ເນື້ອ​ງອກ​ໃນ​ສະ­ໝອງ ຜ່າ­ຕັດ​ໃສ່​ເຫຼັກ​ຄ້ຳ​ຊູ​ສັນ­ຫຼັງ ຟອກ​ໝາກ​ໄຂ່­ຫຼັງ ຟອກ​ເລືອດ​ໄຂ່­ຫຼັງ ປິ່ນ­ປົວ​ເຄ​ມີ ບຳ­ບັດ​ພະ­ຍາດ​ມະ​ເຮັງ ປິ່ນ­ປົວ​ດ້ວຍ​ການ​ສາຍ​ແສງ ແລະ ອື່ນໆ.

ທີ່​ມາ: ວຽງ​ຈັນ​ໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້