Sunday, November 9, 2025
Kbank Laos โอน รับ จ่าย

​ຍ້ອນ​ເຫດ​ຜົນ​ນີ້! ສະ​ພາ​ຈຶ່ງ​ເຫັນ​ດີ ໃຫ້​ມີ​ກົດ​ໝາຍ​ວ່າ​ດ້​ວຍ​ການ​ລົດ​ໄຟ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ເມື່ອ​ທ້າຍ​ອາ​ທິດ​ຜ່ານ​ມາ, ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ໄດ້​ຮັບ­ຮອງ​ເອົາ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລົດ­ໄຟ (ສ້າງ​ໃໝ່) ດ້ວຍ​ຄະ­ແນນ​ສຽງ​ເປັນ​ສ່ວນ​ຫຼາຍ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ.

 ການ​ລົດ­ໄຟ​ແມ່ນ​ຂະ​ບວນ​ການ​ວາງ​ແຜນ ສຳ​ຫຼວດ ອອກ​ແບບ ກໍ່­ສ້າງ ບູ­ລະ­ນະ​ສ້ອມ­ແປງ ແລະ ຄຸ້ມ​ຄອງ​ໂຄງ​ລ່າງ​ພື້ນ­ຖານ ການ​ປະ­ກອບ ແລະ ຕິດ​ຕັ້ງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ກ່ຽວ​ກັບ​ທາງ​ລົດ­ໄຟ ການ​ຄວບ​ຄຸມ ການ​ແລ່ນ​ລົດ­ໄຟ ການ​ຂົນ­ສົ່ງ​ຜູ້­ໂດຍ­ສານ ສິນ­ຄ້າ ທຸ­ລະ​ກິດ​ການ​ລົດ­ໄຟ ແລະ ການ​ບໍ­ລິ­ການ​ອື່ນໆ​ກ່ຽວ​ກັບ​ການ​ລົດ­ໄຟ ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລົດ­ໄຟ​ສະ­ບັບ​ນີ້​ກຳ­ນົດ ຫຼັກ­ການ ລະ­ບຽບ​ການ ແລະ ມາດ​ຕະ­ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ຕິດ­ຕາມ ກວດ­ກາ​ວຽກ​ງານ​ການ​ລົດ­ໄຟ ເພື່ອ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ​ມີ​ປະ­ສິດ­ທິ­ພາບ ປະ​ສິດ­ທິ​ຜົນ ທັນ​ສະ­ໄໝ ຍືນ​ຍົງ ແລະ ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ແນ­ໃສ່​ຮັບ­ປະ­ກັນ​ໃຫ້­ການ​ດຳ­ເນີນ​ກິດ­ຈະ­ການ​ການ​ລົດ­ໄຟ ແລະ ການ​ຂົນ­ສົ່ງ​ທາງ​ລົດ­ໄຟ​ມີ​ຄວາມ​ສະ­ດວກ ໂລ່ງ​ລ່ຽນ ວ່ອງ­ໄວ ເປັນ​ລະ­ບຽບ​ຮຽບ​ຮ້ອຍ ປອດ​ໄພ ສາ­ມາດ​ເຊື່ອມ​ຈອດ ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາ­ກົນ ປະ­ກອບ­ສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ແລະ ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຊາດ ສຳ­ລັບ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລົດ­ໄຟ (ສ້າງ​ໃໝ່) ມີ​ທັງ​ໝົດ 14 ພາກ 21 ໝວດ ແລະ 165 ມາດ­ຕາ.

ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໄດ້​ກ່າວ​ວ່າ: ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລົດ­ໄຟ ຖ້າ​ຫາກ​ໄດ້​ຮັບ­ຮອງ ແລະ ປະ­ກາດ​ນຳ​ໃຊ້​ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ ຄື: ເປັນ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລັດ­ຖະ­ບານ ໃນ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບ​ສາ­ກົນ ແລະ ພາກ​ພື້ນ ປະ­ຕິ­ບັດ​ນະ­ໂຍ­ບາຍ​ຫັນ​ຈາກ​ປະ­ເທດ​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ­ເລ ກາຍ­ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ ທາງ​ດ້ານ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ ເວົ້າ​ລວມ ເວົ້າ​ສະ­ເພາະ ການ​ພັດ­ທະ­ນາ​ທາງ​ລົດ­ໄຟ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຂົນ­ສົ່ງ​ສິນ­ຄ້າ​ຫຼຸດ​ລົງ ລາ­ຄາ​ສິນ­ຄ້າ​ຂອງ​ລາວ ສາ­ມາດ​ແຂ່ງ­ຂັນ​ກັບ​ສາ­ກົນ​ໄດ້​ໃນ​ລະ­ດັບ​ໃດ​ໜຶ່ງ​ທີ່​ຈຳ­ເປັນ ເປັນ​ເຄື່ອງ­ມື​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ການ​ລົດ­ໄຟ ເພື່ອ​ຮອງ​ຮັບ​ການ​ພັດ­ທະ­ນາ​ທາງ​ລົດ­ໄຟ​ໃນ​ສະ­ເພາະ​ໜ້າ ແລະ ຍາວ​ນານ ໃຫ້​ສອດ­ຄ່ອງ​ກັບ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ກໍ່​ຄື ແຜນ​ພັດ­ທະ­ນາ​ວຽກ​ງານ​ການ​ລົດ­ໄຟ​ໃຫ້​ມີ​ປະ­ສິດ­ທິ­ພາບ ປະ​ສິດ­ທິ​ຜົນ ສາ­ມາດ​ເຊື່ອມ​ໂຍງ ເຊື່ອມ​ຈອດ​ກັບ​ພາກ​ພື້ນ ແລະ ສາ­ກົນ ສ້າງ​ເງື່ອນ­ໄຂ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ສົ່ງ­ເສີມ​ການ​ຄ້າ ແລະ ການ​ລົງ­ທຶນ​ໃສ່​ໂຄງ­ການ​ພັດ­ທະ­ນາ​ທາງ​ລົດ­ໄຟ​ພາຍ​ໃນ​ປະ­ເທດ​ໃຫ້​ຫຼາຍ​ຂຶ້ນ ເປັນ​ການ​ສ້າງ​ຖານ​ລາຍ​ຮັບ​ໃໝ່​ໃຫ້​ແກ່​ປະ­ເທດ​ຢ່າງ​ໝັ້ນ­ຄົງ ແລະ ເພື່ອ​ເຮັດ​ໃຫ້­ການ​ຄຸ້ມ​ຄອງ ແລະ ການ​ບໍ­ລິ­ຫານ​ວຽກ​ງານ​ການ​ລົດ­ໄຟ​ມີ​ກົນ​ໄກ​ການ​ບໍ­ລິ­ການ​ທີ່​ມີ​ຄວາມ​ສະ­ດວກ ວ່ອງ­ໄວ ມີ​ປະ­ສິດ­ທິ­ພາບ ປະ​ສິດ­ທິ​ຜົນ ແລະ ສ້າງ​ຄວາມ​ໜ້າ​ເຊື່ອ​ຖື​ໃຫ້​ແກ່​ນັກ​ລົງ­ທຶນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ພາຍ­ຫຼັງ ສສຊ ໄດ້​ໄປ​ຜັດ­ປ່ຽນ​ກັນ​ຂຶ້ນ​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ສ້າງ­ສັນ ກົງ​ໄປ​ກົງ​ມາ ເພື່ອ​ເຮັດ​ໃຫ້​ຢູ່​ແຕ່​ລະ​ມາດ­ຕາ​ຂອງ​ກົດ­ໝາຍ​ມີ​ເນື້ອ​ຫາ​ຄົບ​ຖ້ວນ ແລະ ຊັດ​ເຈນ​ຂຶ້ນ​ກວ່າ​ເກົ່າ ເປັນ­ຕົ້ນ ການ​ອະ­ທິ­ບາຍ​ຄຳ​ສັບ​ໃຫ້​ລະ­ອຽດ​ຂຶ້ນ​ຕື່ມ ການ​ເລືອກ­ເຟັ້ນ​ມາດ­ຖານ​ພະ­ນັກ­ງານ ສິດ​ໜ້າ­ທີ່​ຄວາມ​ຮັບ­ຜິດ­ຊອບ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ຫຼື ພະ­ນັກ­ງານ​ທາງ​ລົດ­ໄຟ ການ​ຈັດ​ຕາ­ຕະ­ລາງ​ເດີນ­ທາງ​ລົດ­ໄຟ ການ​ເວັ້ນ​ພື້ນ​ທີ່​ເຂດ​ສະ­ຫງວນ​ຂ້າງ​ລະ 50 ແມັດ ຫຼີກ​ລ່ຽງ​ຜົນ​ກະ­ທົບ​ເນື້ອ­ທີ່​ທຳ​ມາ​ຫາ​ກິນ​ຂອງ​ປະ­ຊາ­ຊົນ ຄ່າ​ຊົດ​ເຊີຍ​ເນື້ອ­ທີ່​ດິນ​ທີ່​ຖືກ​ຜົນ​ກະ­ທົບ​ໂຄງ­ການ​ກໍ່­ສ້າງ​ໃຫ້​ປະ­ຊາ­ຊົນ​ຢ່າງ​ສົມ​ເຫດ​ສົມ​ຜົນ ການ​ອະ­ນຸ­ຍາດ​ນຳ​ສົ່ງ​ສິນ­ຄ້າ​ແຕ່​ລະ​ປະ­ເພດ ຕ້ອງ​ມີ​ການ​ຄວບ​ຄຸມ​ຢ່າງ​ລະ­ອຽດ​ເພື່ອ​ຄວາມ​ປອດ​ໄພ ຕ້ອງ​ມີ​ອົງ­ການ​ກວດ​ສອບ​ພາຍ​ໃນ ເຕັກ­ນິກ ແລະ ຄວາມ​ປອດ​ໄພ​ທາງ​ລົດ­ໄຟ​ຕ້ອງ​ມີ​ມາດ­ຕະ­ຖານ​ສູງ​ສຸດ ການ​ຄວບ​ຄຸມ​ບັນ­ຫາ​ສິ່ງ­ແວ­ດລ້ອມ ແລະ ອື່ນໆ.

  • ທີ່​ມາ: ວຽງ​ຈັນ​ໃໝ່
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.